> Home > Forum > ສົນທະນາ ປະເທສລາວ > ສົນທະນາທົ່ວໄປ > ສູນພັທນາ 489 ແລະ ບ້ານ ຫ້ວຍໝາກ&#
>  Forum
Moderators: Moderators
Forum RSS feedReply
ສູນພັທນາ 489 ແລະ ບ້ານ ຫ້ວຍໝາກ&#
AuthorText
leowtaiphomrikit
Junior Member
Avatar

Posts: 53
Contributes: 53

Gender: _NEUTRAL_
Online: No
Date: 23/09/2008 21:09
ສູນພັທນາ 489 ແລະ ບ້ານ ຫ້ວຍໝາກ&#
#post82
ສູນພັທນາ 489 ແລະ ບ້ານບຳນານ ຫ້ວຍໝາກພິກ

ບົດນີ້ເປັນຂອງທ່ານSorsenetai ຂຽນຜຂຂໍເພີ່ນໄວ້ເພາະເຫັນວ່າມີຄວາມສໍາຄັນພິເສດ
ຫລາຍກ່ຽວພັນກັບ ພີ່ນ້ອງລາວອຸບພະຍົກທີ່ເມຶອງໄທຍ໌ ດັ່ງນັ້ນຜຂຈິ່ງຂໍອາໄພທ່ານສໍເເສນໄຕ້
ທີ່ນໍາມາປັນພີ່ນ້ອງເຮົາໄດ້ອ່ານອີກຄັ້ງ




- ພາຍຫຼັງການຍຶດຄອງຂອງຄອມມຸຍນິສ ໃນປີ 1975, ໄດ້ເຮັດໃຫ້ຊາວລາວ ແລະ ຊົນຊາຕຕ່າງໆ
ປະມານ 1/5 ຂອງປະຊາກອນໃນປະເທດ ເກືອບ 6 ແສນກວ່າຄົນ ໜີອອກຈາກບ້ານເກີດເມືອງ
ນອນ. ໃນປີແຣກຊາວອົພຍົບຈາກລາວໄດ້ໄປ ລີ້ຊອ່ນປອ່ນຕົວຢູ່ນຳພີ່ນອ້ງ ຫຼືຜູ້ຮັກແກ່ນ ທີ່ເລາະ
ຕາມແຄມຂອງ ຂອງຝັ່ງໃທ. ຕົກມາເຖີງເດືອນຕຸລາ ປີ 1975 , ຕົວເລຂ ຂອງຊາວອົພຍົບ ຈາກ
ລາວໄດ້ເພີ້ມຂື້ນຈາກພັນເປັນໝື່ນ ຈາກໝື່ນເປັນແສນ, ສຳນັກງານຂ້າຫຼວງໃຫ່ຍສະຫະປະຊາຊາຕ
ກໍເຂົ້າມາດູແລ ຈັດສາ້ງສູນອົພຍົບຂຶ້ນຫຼາຍແຫ່ງໃນປະເທດໃທ ທີ່ໃຫ່ຍ ແລະ ສຳຄັນທີ່ສຸດໄດ້ແກ່ສູນ
ໜອງຄາຍ, ອຸບົລ ແລະ ບ້ານວິນັຍ. ຈາກນັ້ນ ບັນດາຣັຖບານ ແລະ ປະຊາຊົນ ບັນດາປະເທດກຸ່ມ
ຕາເວັນຕົກ ທີ່ມີມະນຸສທັມ ແລະ ເມຕຕາທັມ ໄດ້ເປີດປະຕູທະຍອຍກັນຮັບເອົາຊາວອົພຍົບດັ່ງກ່າວນີ້
ໄປຕັ້ງຖິ່ນຖານໃຫ່ມໃນປະເທດຂອງຕົນ, ສເພາະຢ່າງຍິ່ງແມ່ນໃນສມັຍການປົກຄອງຂອງມື້ລາງ
ທ່ານ Jimmy Carter, ສະຫະຣັຖ ໄດ້ເປີດກວ້າງຮັບເອົາຊາວອົພຍົບອິນດູຈີນ ທີ່ຕົກຄ້າງເງື່ອນ
ໃຂເກົ່າ ເຂົ້າມາສະຫະຣັຖ ປີນື່ງໆ ກວ່າ 1 ແສນກວ່າຄົນ.

- 18 ປີຜ່ານໄປຈາກປີ 1975 – 1993, ຍັງມີຊາວອົພຍົບລາວຕົກຄ້າງຢູ່ປະເທດໃທ ຫຼາຍກວ່າ
40,000 ຄົນ, ທັງນີ້ກໍເນື່ອງມາຈາກເຫດຜົນຫຼາຍປະການ ເຊັ່ນບໍ່ມີເງື່ອນໃຂຄົບຖ້ວນ ທີ່ຈະໄປຍັງ
ປະເທດທີສາມ, ບາງຄົນບໍ່ປາຖນາໄປປະເທດທີສາມ ຍອ້ນໝັ້ນໃຈວ່າວັນນື່ງປະເທດລາວຈະປ່ຽນ
ເປັນເສຣີ ຕົນກໍຈະໄດ້ກັບຄືນບ້ານເກີດເມືອງນອນ ຫຼື ຢ່າງນອ້ຍກໍຈະໄດ້ອະນຸຍາດໃຫ້ທຳມາຫາ
ກິນຢູ່ປະເທດໃທ ທີ່ມີດິນຟ້າອາກາດເໝືອນກັນກັບລາວ. ຣັຖບານໃທ ໄດ້ຂົນເອົາຊາວອົພຍົບ
ທີ່ເຫຼືອຈາກສູນອຸບົນ, ໜອງຄາຍ ແລະ ສູນບ້ານວິນັຍ ໄປໂຮມກັນທີ່ສູນນາໂພ ຈັງຫວັດນະຄອນ
ພນົມ ແລະ ຂ້ຽວຂອດໃຫ້ອົງການສະຫະປະຊາຊາຕ ສົ່ງພວກອົພຍົບຄືນໄປຍັງປະເທດລາວ, ແຕ່
ອົງການສະຫະປະຊາຊາຕ ບໍ່ສາມາດ ບີບບັງຄັບຊາວອົພຍົບກັບໄປຍັງປະເທດໄດ້. ຣັຖບານໃທ
ຈື່ງໄຊ້ມາຕການຕ່າງໆນາໆ ເຊັ່ນຕັດເຂົ້າປາອາຫານ, ຫາເລື້ອງໄປຂູ່ເຂັນໃນຍາມກາງຄືນເປັນຕົ້ນ.
- ໃນຂນະດຽວກັນຣັຖບານ ສປປລາວ ກໍບໍ່ຍອມຮັບເອົາຄືນປະເທດ ໂດຍອ້າງວ່າອົພຍົບດັ່ງກ່າວ
ນີ້ບໍ່ແມ່ນພົລເມືອງລາວ ເຣື້ອງລາວນີ້ແກ່ຍາວມາເຖີງປີ 1997. ພາຍຫຼັງມາສະຫະປະຊາຊາຕ ຈື່ງ
ປະກາດໃຫ້ເງີນກອ້ນໃຫ່ຍແກ່ຣັຖບານ ສປປລາວ ເປັນເງິນ 11 ລ້ານດອລລາ, ດັ່ງນັ້ນຣັຖບານ
ສປປລາວ ຊື່ງແມ່ນສະຫາຍຄຳໄຕ ສີພັນດອນ ຊື່ງເປັນປະທານປະເທດ ຈື່ງສັ່ງໃຫ້ ສະຫາຍ ສີສວາດ
ແກ້ວບຸນພັນ ຕົກລົງຮັບເອົາຊາວອົພຍົບ 19 ພັນ ຄົນກັບຄືນປະເທດທັນທີ.
- ເງິນຈຳນວນ 11 ລ້ານດອລລາ ໄດ້ແບ່ງອອກເປັນ 2 ປະເພດ ຄື: ງົບປະມານສຳລັບໂຄງການ
ທົ່ວໄປ General Program, ເປັນເງິນ 5,108.250 ດອລລາ, ສຳລັບປຸກສ້າງຢ້າວເຮຶອນ ແລະ
ທີ່ດິນສຳລັບປູກຝັງທຳມາຫາກິນຂອງຊາວອົພຍົບ, ແລະ ອີກໂຄງການນື່ງຄືໂຄງການພິເສດ
Special Program, ເປັນເງິນ 5,033,450 ດອລລາ ເພື່ອຊື້ເຄື່ອງນຸ່ງຫຼືຢາປົວພຍາດ
ເຄື່ອງໃຊ້ໄມ້ສອຍ ແລະ ເຄື່ອງມືທຳມາຫາກິນຂອງຊາວອົພຍົບ. ນອກຈາກນີ້ອົງການ EEC ແລະ
Brot Fund Welt, ໄດ້ຊື້ເຂົ້າສານ 59 ພັນໂຕນ ສຳລັບແຈກຢາຍໃຫ້ຊາວອົພຍົບເປັນເວລາ
2 ປີ. ສະຫາຍຄຳໄຕ ສີພັນດອນ ໄດ້ມີຄຳສັ່ງລັບໃຫ້ສະຫາຍສີສວາດ ແກ້ວບຸນພັນ ແຍກເອົາ
ເງິນເຄີ່ງນື່ງຂອງຈຳນວນນັ້ນໄປໄຊ້ໃນການວ້າງໝູ່ບ້ານຈັດສັນ ສຳລັບພນັກງານຊັ້ນສູງຂອງພັກ
ທີ່ອອກກິນເບັ໊ຽບຳນານ ແລະ ທີ່ພັກອາສັບ ສຳລັບທະຫານ ແລະ ພນັກງານຂອງລັດທີ່ເສັຽອົງຄະ.
- ສະຫາຍສີສວາດ ແກ້ວບຸນພັນ ບໍ່ໄວ້ເນື້ອເຊື່ອໃຈໃນຕົວສະຫາຍຄຳຜຸຍ ແກ້ວບົວຣະພາ ທີ່
ເປັນຣັຖມົນຕຣີກະຊວງການເງິນຄາວນັ້ນ ຈື່ງມອບໃຫ້ ຄຳໄຊ ສຸຸພານຸວົງ ຊື່ງຍ້າຍອອກຈາກ
ກະຊວງການເງິນ ມາເປັນຣັຖມົນຕຣີ ປະຈຳສຳນັກງານນາຍຍົກ ເປັນຜູ້ຄວບຄູມດູແລ. ແຕ່ຫຼັງ
ຈາກໄດ້ຮັບເຊັກຈາກຜູ້ຕ່າງຫນ້າອົງການ ສະຫະປະຊາຊາຕ ແລ້ວແທນທີ່ ຄຳໄຊ ສຸພານຸວົງ
ຈະເອົາເງິນໄປເຂົ້າພະຄັງຫຼວງ ກັບຮ່ວມຫົວກັບ ສະຫາຍເພົ້າ ບຸນນະຜົນ ຣັຖມົນຕຣີ ກະຊວງ
ໄປສະນີ ຄົມມະນາຄົມ ແລະ ກໍ່ສ້າງ ແຍກເອົາເງິນ 4 ລ້ານ 5 ແສນດອລລາ ໄປເຂົ້າບັນຊີສວ່ນ
ຕົວທີ່ ທະນາຄານຝຣັ່ງ Banque Pour le Commerce Exterieur ແລະ ທະນາຄານໄທ
ອະຍຸທະຍາ Bank of Ayuthaya Public Company Ltd.
- ພັກ-ລັດ ໄດ້ວາງແຜນກໍ່ສ້າງບ້ານຈັດສັນຂື້ນ 2 ແຫ່ງ, ຢູ່ອອ້ມແອ້ມນະຄອນຫຼວງວຽງຈັນ ຄື
ສູນພັທນາ 489 ທີ່ບ້ານຂຸມສາມບາດ ເມືອງໄຊທານີ ແລະ ບ້ານຈັດສັນບຳນານບ້ານຫວ້ຍໝາກພິກ
ເຂດບ້ານຈັນສວ່າງ ເມືອງສີໂຄຕຕະບອງ. ແຕ່ການກໍ່ສ້າງນີ້ໄດ້ປະມານ 10% ຂອງແຜນການ
ກໍ່ຢຸດສງັກ ກະຊວງກໍ່ສ້າງລາຍງານວ່າ ບໍ່ມີເງິນຈະດຳເນີນຕໍ່ໄປ. ຄຳໄຕ ສິພັນດອນ ຊາບຂ່າວ
ຈື່ງສັ່ງໃຫ້ສືບສວນວ່າເງິນກວ່າ 5 ລ້ານດອລລາທີ່ແຍກອອກຂາກງົບປະມານຂອງສະຫະປະຊາ
ຊາຕ ນັ້ນສູນຫານໄປໃສ.
- ຝ່າຍຄຳໄຊ ສຸພານຸວົງ ພໍຊາບຂ່າວນີ້ ກໍຟ້າວປິດບັນຊີ ທະນາຄານທີ່ວຽງຈັນແລ້ວໂອນເງິນ
ທັງໝົດໄປຍັງທະນາຄານໄທ ແລ້ວເອົາຕົວຫຼົບໜີອອກຈາກປະເທດ, ກອ່ນບຸນປີໃຫ່ມລາວຄືໃນມື່
ວັນທີ 10 ເມສາ 2000, ອີງໃສ່ໃບອະນຸຍາຕຜ່ານແດນການທູຕ ທີ່ສາມາດຢູ່ໃທໄດ້ 90 ວັນ
ໄປລີ້ຊອ່ນຢູ່ບ້ານເຈົ້ານາຍໃທຄົນນຶ່ງ. ຈົນເຖີງວັນທີ 26 ກໍຣະກະດາ 2000 ຈື່ງໄປສເນີຕົວຕໍ່
ຕຳຣວຈກວດຄົນເຂົ້າເມືອງຂອງໄທ ແລະ ສແດງເຈຕຈຳນົງຂໍລີ້ໄພການເມືອງຢູ່ຕ່າງປະເທດ.
- ຄຳໄຊ ສຸພານຸວົງ ບໍ່ປະສົງຈະໄປລີ້ໄພຢູ່ຝຣັ່ງທີ່ມີບັນດາຣາຊວົງຢູ່ທີ່ນັ້ນຢ່າງຫຼວງຫຼາຍ, ແລະ
ບໍ່ກ້າຂໍລີ້ໄພໃນອາເມຣິກາ ເພາະຢ້ານຖືກສືບສວນໃນຄະດີລັກລອບເງິນຊວ່ຍເຫຼືອຂອງອົພຍົບ
ຈື່ງມີທາງດຽວຂໍລີ້ໄພຢູ່ ອົສຕຣາລີ ແຕ່ປະເທດນີ້ບໍ່ປາຖນາ ຢາກມີບັນຫາກັບຣັຖບານລາວ ຈື່ງ
ໂຍນໄປໃຫ້ ຣັຖບານ ນິວຊີແລນ ຂອງນາງ Helen Clark ຊື່ງໃນທີ່ສຸດ ຄຳໄຊ ສຸພານຸວົງ ກໍໄດ້
ມາລີ້ໄພຢູ່ເກາະແຫ່ງນີ້ ສແວງຫາຄວາມສຸຂຈາກເງິນທີ່ສໍ້ໂກງມາຄາວນັ້ນ ໂດຍເອົາເງິນນັ້ນໃຫ້
ຊາງລາວໃນ ອົສຕຣາລີ ແລະ ນິສຊີແລນ ນັ້ນຢືມກິນຂີ້ດອກ.
- ອັນນື່ງຫນ້າສົມເພດຕໍ່ບັນດາອະດີດນັກການເມືອງ ແລະ ປັນຍາຊົນ ລາວບາງຄົນ ໃນປະເທດ
ທີສາມ ທີ່ພາກັນຕື່ນເຕັ້ນ ແລະ ຍາດແຍ່ງເຊື້ອເຊີນ ຄຳໄຊ ສຸພານຸວົງ ມາເປັນກຽດໃນການປະຊຸມ
ຕ່າງໆ ທີ່ຈະຈັດຂື້ນຍອ້ນເຊື່ອວ່າ ຄຳໄຊ ສຸພານຸວົງ ໜີຈາກຄອມມຸຍນິສ ຍອ້ນຄວາມຮັກຊາຕ
ແລະ ຈະປະກອຍສ່ວນສຳຄັນໃນວຽກບ້ານການເມືອງໃນສາຍຕາຂອງຄົນລາວຢູ່ໃນປະເທດ ແລະ
ນອກປະເທດ.ທີ່ແທ້ແມ່ນໜີຕາຍການສໍ້ໂກງເງິນ ສູນພັທນາ 489 ແລະ ບ້ານບຳນານຫ້ວຍ
ໜາກພິກ ນັ້ນເອງ.

ທ່ານສໍແສນໄຕ້ຂຽນ.
ຮັກແລະນັບຖຶພີ່ນ້ອງຮ່ວມຊາຕດ້ວຍກັນ
ແລ້ວແຕ່ພົມຣິຄິດບັນເລງ.
Delete Edit Quote
 
leowtaiphomrikit
Junior Member
Avatar

Posts: 53
Contributes: 53

Gender: _NEUTRAL_
Online: No
Date: 24/09/2008 22:12
Re: ສູນພັທນາ 489 ແລະ ບ້ານ ຫ້ວຍໝາກ&a
#post89
ໄຜກໍວ່າໄຜ.ຄໍາໄສກໍວ່າບໍ່ໄດ້ກີນ ສ່ວນຄໍາຕາຍກໍວ່າໂຕເອງບໍ່ໄດ້ແດກ
ເປັນແຕ່ຫ້ນາງຶດເງີນມັນມີຂາແລ່ນໜີເອງ ອັດສາຈັນອີ່ຫລີພີ່ນ້ອງເອີຍ
ຮັກແລະນັບຖຶພີ່ນ້ອງຮ່ວມຊາຕດ້ວຍກັນ
ແລ້ວແຕ່ພົມຣິຄິດບັນເລງ.
Delete Edit Quote
 
Reply
Google Adsense 1
Thailand
Survey
Which way should Laos rule?
ຣາຊາທິປະຕັຍ
ປະຊາທິປະຕັຍ
ຄອມມູນິດສ໌
ແບບເປັນກາງ
Quote
"ເງິນເຕັມພາ ບໍ່ທໍ່ຜຍາເຕັມທ້ອງ"
ສຸພາສິດລາວ