> Home > Forum > Laos Discussion > Laos General Discussion > ທ.ໂຊດຄວາກລູກຕາທ.ໝູຮັກ
>  Forum
Moderators: Moderators
Forum RSS feedReply
ທ.ໂຊດຄວາກລູກຕາທ.ໝູຮັກ
AuthorText
leowtaiphomrikit
Junior Member
Avatar

Posts: 53
Contributes: 53

Gender: _NEUTRAL_
Online: No
Date: 21/09/2008 01:31
ທ.ໂຊດຄວາກລູກຕາທ.ໝູຮັກ
#post67
ທວນຄືນປະວັດວາດລາວຫຍໍ້ໆແຕ່1945:

*1945 ວັນທີ10 ຕຸລາ ຣັຖບານລາວອິດສຣະຈັດຕັ້ງຂື້ນ ໂດຍມີທ່ານພະຍາຄໍາມ້າວ ວິໄລເປັນນາຍຍົກ,
ສະດັດເຈົ້າສຸວັນນະພູມມາເປັນ ຣັຖມົນຕຣີຫະຊວງໂທຣະຄົມມະນາຄົມ,ເຈົ້າສົມສະນິດເປັນຣັຖມົນຕຣີກະ
ຊວງມະຫາດໄທ,ທ່ານກະຕາຍ ໂດນຊະສາຍໂຊຣິດ ເປັນຣັຖມົນຕຣີກະຊວງການຄັງ,ທ່າຫຍຸຍ ອາໄພເປັນ
ຣັຖມົນຕຣີກະຊວງສຶກສາ,ເຈົ້າສຸພານຸວົງເປັນຣັຖມົນຕຣີກະຊວງປອງກັນປະເທດ,ທ່າອຸ່ນຊະນະນີກອນເປັນ
ຣັຖມົນຕຣີເສຖກິດ ແລະ ເປັນບັນຊາການກອງທັບລາວອິດສຣະ. ຕອນນັ້ນເຈົ້າເພັຊຣາຊຖຶກປົດອອກຈາກຕໍາ
ແນງມາຫາອຸປຣາດເພາະຝຣັ່ງກັບມາປົກຄອງລາວເປັນເທຶ່ອທີສອງດັ່ງນັ້ນເພຶ່ອຄວາມຢູ່ລອດ, ເຈົ້າມະຫາຊີວິດ
ສີສວ່າງ ວັທນາໄດ້ປົດເຈົ້າເພັຊຣາດອອກຈາກມະຫາອຸປຣາດ ດັ່ງນັ້ນເຈົ້າເພັຊຣາດຈິ່ງໄປຂໍລີ້ໄພການເມຶອງຢູ່
ປະເທດໄທຍ໌.

*ຣັຖບານລາວອິດສຣະພັດຖີນຕັ້ງຂື້ນຢູ່ປະເທດໄທຍ໌ເພາະຝຣັ່ງເຂົ້າມາຢຶດຄອງປະເທດລາວເປັນເທຶ່ອທີສອງ
ນໍາໂດຍເຈົ້າເພັຊຣາດເປັນນາຍຍົກຣັຖມົນຕຣີ,ພະຍາຄໍາມາວ ວິໄລເປັນຣອງນາຍຍົກ,ທ່ານສິງຣັຕນະສັຍ
ເປັນຣັຖມົນຕຣີປ້ອງກັນປະເທດ,ເຈົ້າສຸພານຸວົງເປັນຣັຖມົນຕຣີການຕ່າງປະເທດ,ເຈົ້າສົມສນິດເປັນຣັຖມົນຕຣີ
ກະຊວງມະຫາດໄທຍ໌,ພະຍາອຸ່ນເຮຶອນເປັນຣັຖມົນຕຣີກະຊວງຍຸດຕິທັມ,ເຈົ້າສຸວັນະພູມາເປັນຣັຖມົນຕຣີໂຍທາ,
ທ່ານກະຕາຍໂດນຊະສາຍໂຊຣິດເປັນຣັຖມົນຕຣີກະຊວງການຄັງ,ທ່ານຫຍຸຍອາພັຍເປັນຣັຖມົນຕຣີກະຊວງສຶກສາ.

*ຣັຖໄທຍ໌ນໍາໂດຍນາຍພົນປໍພິບູນສົງຄາມ, ນາຍຄວງອະໄພວົງ,ທ່ານເສນີ ປຣາໂມກທໍາການກວດລ້າງຣັຖບານ
ລາວອິດສຣະພັດຖີ່ນເພາະຢ້ານຣັຖບານລາວອິດສຣະຈະເຮັດຣັດປະຫານຢຶດເອົາພາກອີສານຄືນ ດັ່ງຈິ່ງບໍ່ສາ
ມາດດໍານີນການຕໍ່ຕ້ານກັບຝຣັ່ງບໍ່ໄດ້ຢູ່ປະເທດບໍໄດ້ ຈິ່ງໄປຕິດຕໍ່ກັບພວກແກວ ວຽດນາມ,ຂເມຣ ສາມຊາຕ
ຮ່ວມກັນຕໍ່ສູ້ເພຶ່ອຍາດເອົາເອກກະຣາຊຈາກຝຣັ່ງ.

*ລາວໄດ້ຮັບເອກຣາຊຈາຣຝຣັ່ງວັນທີ 6 ເດຶອນມິຖຸນາ1946.
1/. ສ່ວນຶ່ງຣັຖບານພັດຖີ່ນກັບຄືນເມຶອວຽງຈັນທ໌ ມີພະຍາຄໍາມາວ ວິໄລ, ເຈົ้າສົມສະນິດ, ເຈົ້າສຸວັນະພູມາ, ທ່ານກະຕາຍໂດນຊະສາຍໂຊຣິດ.
2/. ສ່ວນທີສອງບໍ່ຍອມກັບວຽງຈັນທ໌ ມີເຈົ້າສຸພານຸວົງ,ເຈົ້າສຸກວົງສັກ,ທ່າພູມີວົງວີຈິດ,ທ່ານພູມີນໍ່ສວັນ,ທ່ານ
ສິງກະໂປຈູນຣະມະນີອ້າງວ່າ ຍັງບໍ່ໄດ້ຮັບເອກຣາຊຈາກຝຣັ່ງສົມບູນຈິ່ງດໍານີນການຕໍ່ສູ່ຕໍ່ໄປ ຍັ່ງນັ້ນຈິ່ງເປັນ
ສາຍເຫດໄຫ້ພວກຣັຖລາວອິສຣະກຸ່ມນີ້ເປັນເຂົ້າກັບພວກແກວ,ຂເມຣ ເພຶ່ອດໍານີນການຕໍ່ສູ້ຕໍ່ໄປ.
______________________________________________________________

ໄນຕອນນຶ່ງທ່ານໂຊດເພັດລາສີຄວາກລູກກະຕາກັບທ່ານທ່ານຫນູຮັກພູມສວັດ

ຕອນຄໍ່າວັທີ15 ສິງຫາ1950 ຕອນນັ້ນສຸພານຸວົງຮຽກຮ້ອງກອງປະຊຸມໄຫ່ຍຂອງພັກລາວອິດສຣະ ຢູ່ທີ່ວຽດບັກ
(Viet Bac) ຕີນພູແຄມນ້ຳຊົງໃຈ (Song Chay).
1/. ພັກປະຊາຊົນປະຕິວັດລາວ:
ທ່ານໄຫສອນເປັນເລຂາມິການພັກ, ທ່ານມະຫາຄໍາແສນເປັນກໍາມະການ, ທ່ານສີສົມພອນລໍວິໄຊເປັນກໍມະການ
ຝ່າຍວາງແຜນ, ທ່ານຄໍາໄຕສີທັນດອນເປັນກໍາມະການ, ທ່ານບູນພົມມະຫາໄຊເປັນກໍທມະການກໍາກັລການຝ່າຍທະຫານ
2/. ເຈົາສຸພານຸວົງ,ໝູຮັກພູມສະຫວັນ,ພູມີວົງວິຈິດ,ພູນສີປະສິດ,ເຈົ້າສຸກວົງສັກ,ໄຟດ່າງລໍເບັຽຢາວ, ທ່ານ
ສີຊະນະຊສີສານ,ອຸຕະມະຈຸລມະນີ,ນາງຄໍາແພງ ບຸບຜາ.
ແກວວຽຕມິນໂຣຈີມີນບັງຄັບໄປ້ເຈົ້າສຸພານຸວົງຍອມຮັບເອົາການສັບຊ້ອນມາຈາກພັກປະຊົນປະຕິວັດລາວ
ແລະ ກໍສ້າງຕັ້ງພັກແນວລາວຮັກຊາຕໂດຍເອົາພັກປະຂາຊົນປະຕິວັດລາວມາສັບຊ້ອນກັບພັກລາວອິດສຣະ
ນາຍພົນວໍວຽນຍາບ ສະເນີເອົາທ່າໄກສອນ ພົມວິຫານເຂົ້າເປັນກໍາມະການ, ນາຍພົນ ຫງຽນຕ້າຍ ສະເນີ
ເອົາທ່າໜູຮັກ ພູມສະຫວັນ ເປັນປະທານ.

ພັກແນວລາວຮັກຊາຕຈິ່ງໄດ້ຈັດຕັ້ງຂື້ນມີ:

ເຈົາສຸພານຸວົງ ເປັນປະທານ,ໝູຮັກເປັນລອງປະທານ,ໄກສອນພົມວິຫານ ຮັບຜິດຊອບການທະຫານ,ພູມີ
ວົງວິຈິດຮັບຜິຊອບກິຈະການພາຍໄນ,ພູນສີປະເສິດ ຮັບຜິດຊອບກິຈະການຕ່າງປະເທດ, ເຈົ້າສຸກວົງສັກຮັບ
ຜິດຊອບກິຈະຖຍທາ,ທ່ານໄຝດ່າງ ຮັບຜິດຊອບຊົນຊາຕຊົນເຜົ່າ,ສີສະນະຊຶ່ສານ ຮັບຜິດຊອບສາທາຣະນະສຸກ,
ອຸຕະມະ ຈຸລມະນີ ຮັບຜິດຊອບສຶກສາ,ມະກາຄໍາແສນ ຮັບຜິດຊອບກໍາລັງປະກອບອາວຸດ,ສີສົມພອນ ເລຂາ
ວາງແຜນ

ວຽດນາມຕັ້ງພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານໄກສອນເປັນຫົວໝ້າພັກມາແອບແຝງແລະສັ¬ພຊ້ອນ
ພັກແນວລາວສ້າງຊາດຫວັງຈະເອົາລາວເປັນເມຶອງຂື້ນແບບໄໝ່. ດັ່ງນັ້ນສຸພານຸວົງກໍເປັນພຽງ
ຄັນຕາຣະບັດຫົວໝ້າພັກແນວລາວຮັກຊາດບັດທີ່ແທ້ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ່ບົງການແລະ
ມີບົດບາດຮັບຄໍາສັ່ງຈາກວຽດນາມໂດຍກົງ. ໄນກອງປະຊຸມຄັ້ງນີ້ ທ່ານ ໜູຮັກ ລອງປະທານແນວລາວຮັກຊາຕ
ບອກໄຫ້ ເຈົ້າສຸພານຸວົງຕົບມຶຍອມຮັບເອົາເງຶ່ອນໄຂຂອງວຽດນາມທີ່ໄຫ້ພັກປະຊາຊົນປະຕິວັດລາວມາສັບຊ້ອນ.
ແຕ່ໄດ້ມີຫລາຍທ່ານຂອງພັກລາວອິສຣະບໍ່ພໍໃຈ ໄນນັ້ນກໍມີທ່ານໂຊດເພັດລາສີບໍ່ພໍໃຈເຕັ້ນຂຶ້ນໄປ ປະທະກັບທ່ານ
ໜູ່ຮັກພູມສະຫວັນຢູ່ເທິງຮ້ານ ມີການທະລໍ້ ແລະເກິດມວຍໝູ່ ຈົກຕາທ່ານໝູນັກ ພ້ອມຍາດເຈັບໄມໂຄຣໂຟນ
ປະທ້ວງສຸພານຸວົງບໍ່ໄຫ້ຍອມຮັບເອົາຄໍາສະເນີຂອງວຽຕນາມ ແຕ່ທ່ານໜູຮັກຍາດເອົາຄືນ ໄຊ້ຄໍາເດັດຂາດຂຶ້ນ
ໄປເຈັບໄມໂຄຣໂຟນສເນີໄຫ້ກອງປະຊຸມ ຕົບມືເອົາຣາຍຊື່ຄນະຣັຖບານທີ່ມີພັກປະຊາຊົນປະຕິວັດລາວມາສັພຊ້ອນ
ໄນພັກແນວລາວ ຮັກຊາດ.
ພວກບໍ່ມັກພັກປະຊົນປະຕິວັດລາວທີ່ເຂົ້າສັບຊ້ອນມີທ່ານໂອຄໍາ,ທ່ານໂຊດ,ທ່ານຄໍາເຟຶ່ອນ,ທ່ານຕຸລາ,ທ່ານ
ເສີມ,ທ່ານເພົາ ພິລາວັນ,ທ່ານບຸນ ພົມມະຫາໄຊ,ທ່ານສິງກາໂປແລະອີກລາຍໆທ່ານ...

ແລະມີອີກຫລາຍທ່ານມາຈາກພັກປະຊາຊົນປະຕິວັດລາວສັບຊ້ອນເຂົາຮ່ວມກັບພັກລາວອິສຣະຄຶ,
ທ່ານຄໍາເຟຶ່ອນ ຕຸລາລົມ, ທ່ານຄໍາໄຕ ສີພັນດອນ, ທ່ານຈະເລີນ ພວງຈັນ, ທ່ານສີຊະນະ ຊື່ສານ,
ທ່ານເພົ້າ ພິມະຈັນ, ທ່ານທອງຈັນ,ອາເພີຍ, ທ່ານໝູແດງ ໄຊຍະຣາຊ, ທ່ານມະຫາພຣະພອນ, ທ່ານ
ຄໍາລ້ອມ, ທ່ານບຸນຍົງ ວໍຣະສານ, ທ່ານບຸນຊູ ພົມມະຈັນ, ທ່ານຄໍາມ້າວ.

1930 ພັກຄົມມຸຍນິສອີນຖດຈີນສ້າງຕັ້ງຂື້ນທີ:
ໂຮຈີມີນ ເປັນປະທານ ວຽຕນາມ
ເສີງ໊ອກມີນ ຮອງປະທານ ຂເມນ
ມະຫາຄໍາແສນ ຮອງປະທານ ລາວ
ເຕຶອງຊິນ ເປັນເລຂາພັກ ວຽຕນາມ
ເລຢວນ ລອງເລຂາພັກ ວຽຕນາມ

ວັນທີ3 ມີນາ 1951 ແນວໂຮມປົດປ່ອຍ3ຊາຕອີນໂດຈີນໄດ້ຈັດຕ້ງຂຶ້ນມີ:
ໂຕນດຶກຖັງ ເປັນປະາທານ ວຽຕນາມ
ເຈົ້າສຸພານຸວົງ ເປັນກໍາມະການ ລາວ
ຂຽວສົມພອນ ເປັນກໍາມະການ ຂເມນ
ໄກສອນ ພົມວິຫານ ແກວ+ລາວ+ໂຈນ ເປັນກໍາມະການ
ອຽງສາລີ ເປັນກໍາມະການ ຂເມນ

View Image resized (Original file: 467x327)
Thumb


Edited: 21/09/2008 02:18
ຮັກແລະນັບຖຶພີ່ນ້ອງຮ່ວມຊາຕດ້ວຍກັນ
ແລ້ວແຕ່ພົມຣິຄິດບັນເລງ.
Delete Edit Quote
 
baolao
Senior Member
Avatar

Posts: 136
Contributes: 138

Gender: _MALE_
Online: No
Date: 23/09/2008 11:49
Re: ທ.ໂຊດຄວາກລູກຕາທ.ໝູຮັກ
#post78
ບາບກັມຫລາຍເນາະ?
ຜູ່ບ່າວລາວ
Delete Edit Quote
 
leowtaiphomrikit
Junior Member
Avatar

Posts: 53
Contributes: 53

Gender: _NEUTRAL_
Online: No
Date: 24/09/2008 22:09
Re: ທ.ໂຊດຄວາກລູກຕາທ.ໝູຮັກ
#post88
ນີ້ແລ້ວພີ່ນ້ອງລາວເຮົາເອີຍປະວັດສາດຕົວຈິງ ພວກພັກແລະລັດເພີ່ນບໍ່ເຜີຍແພ່ດອກ.
ເພີ່ນເຮັດຄຶຫມີກີນເຜິງນີ້ ຮູ້ທັງຮູ້ວ່າປະເທດລາວເຮົາເປັນຫົວເມຶອງຂອງແກວທັງອອ້ມ.
ພວກພະຍາທັງຫລາຍນັ່ງໂຈມຫໍາຢູ່ ເປັນແຕ່ຫ້ນາສົງສານປະເທດຊາຕ ຍັງເຫຶລອແນ່ບໍ
ຄົນທີ່ຮັກຊາຕທີ່ແທ້ຈິງນັ້ນ ຫລຶ ຍັງເຫຶລອແຕ່ພວກສຸກງ່າໄດ..ກີນງ່ານັ້ນ.
ຮັກແລະນັບຖຶພີ່ນ້ອງຮ່ວມຊາຕດ້ວຍກັນ
ແລ້ວແຕ່ພົມຣິຄິດບັນເລງ.
Delete Edit Quote
 
Reply
Thailand

-

-
Survey
Which way should Laos rule?
ຣາຊາທິປະຕັຍ
ປະຊາທິປະຕັຍ
ຄອມມູນິດສ໌
ແບບເປັນກາງ
Quote
"ເງິນເຕັມພາ ບໍ່ທໍ່ຜຍາເຕັມທ້ອງ"
ສຸພາສິດລາວ
Calendar
January 2009
M T W T F S S
      1 2 3 4
5 6 7 8 9 10 11
12 13 14 15 16 17 18
19 20 21 22 23 24 25
26 27 28 29 30 31