RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໒
AuthorText
samneua

Avatar

Posts: 10
Gender: _MALE_
Online: No
Date: 28/03/2008 12:23
ປວັຕິສາຕຣ໌ລາວມື້ລະນ້ອຍ ໒
#post22
ຄົນທີ່ຮັກຊາຕຕົນ ຕ້ອງຮູ້ເຣື່ອງປວັຕິສາຕຣ໌ ຂອງຊາຕຕົນ ຂ້ອນຂ້າງດີຫລືດີທີ່ສຸດ. ເພາະກາຣຮູ້
ທີ່ມາຂອງສາຽເລືອດຕົນເອງດີນັ້ນ ມັນເພີ່ມຄວາມຮັກ "ສາຍໂລຫິຕ" ຂອງຕົນຂຶ້ນຕື່ມ. ຄົນທີ່ຮັກຊາຕນັ້ນ ເຖິງແມ່ນມີອຳນາຈ ຈົນກາຽເປັນ "ຈອມຜເດັຈກາຣນ໌" ໃນເວລາຕໍ່ມາກໍຕາມ
ແຕ່ເຂົາຈະເປັນຜເດັຈກາຣນ໌ເອກຣາຊ+ເຂົາພັກໃຝ່ ໃນອຳນາຈ ແຕ່ເຂົາກໍບໍ່ຍອມເສັຽຊາຕ ບໍ່ຍອມອະນຸຍາຕໃຫ້ໃຜໆ ມາແຍ້ງແບ່ງເອົາເຂຕນ້ຳແດນດິນ ຖິ່ນປະເທສຂອງເຂົາໄປ
ແມ່ນແຕ່ພຽງກະບຽດນິ້ວມືດຽວ. ກໍຄືຈະບໍ່ຍິນຍອມເປັນຜເດັຈກາຣນ໌ຈາກປະເທສອື່ນ ໂດຍເດັດຂາດ.
ພວກຜເດັຈກາຣນ໌ປະເພທນີ້ ເຖິງຈະຖືກໂລກປະນາມຫຽາມຕຳນິ ແຕ່ສິ່ງທີ່ເຂົາຍັງມີດີຢູ່ກໍຄື
ເຂົາບໍ່ຍອມແບ່ງດິນແດນຂອງເຂົາ ບໍ່ຍອມແບ່ງດິນຂອງເມືອງແມ່ ຂອງສ່ວນຮວມໃຫ້ແກ່ ໃຜໆ...
- ຄົນລາວ ຕ້ອງຄົ້ນຫາອ່ານປວັຕິສາຕຣ໌ ທີ່ມັນເປັນຄວາມຈິງ ແລະ
ເຣື່ອງຈິງຈາກຄົມປາກກາຂອງ ນັກຂຽນເອກເທສ ທີ່ບໍ່ເຫັນແກ່ກຸ່ມກາຣເມືອງໃດໆ. ທຸກຕົວລະຄອຣ ທີ່ຮ່ວມກັນຂີດແຕ້ມຮ່ອງຮອຽປວັຕິສາຕຣ໌ ເຂົ້າໄວ້ໃນກົງລໍ້ ຂອງປວັຕິສາຕຣ໌ແຫ່ງຊາຕ
ຕົນ. ບໍ່ວ່າກາຣກະທຳນັ້ນໆ ໃນອະດີຕຈະຊົ່ວດີ ມີດ່າງພ້ອຽຮ້ອຽພັນປະກາຣນ໌ ກໍຕາມແຕ່ ມັນຫາກລ້ວນເປັນ "ຮ່ອງຮອຽ" ແຫ່ງປວັຕິສາຕຣ໌ ເພື່ອປະກາສໃຫ້ລູກຫຼານເຫຼັນ ໄດ້ເຫັນໄດ້ຮູ້
ໄດ້ສຶກສາໃນກາລຕໍ່ມາ... ປວັຕິສາຕຣ໌ຂອງລາວ ຕ້ອງຂຽນແຕ່ງຂຶ້ນດ້ວຽນ້ຳໃຈຂອງຄົນລາວທີ່ຮັກລາວແທ້ໆ.
ແມ່ນແຕ່ເຣື່ອງເລັກໆ ນ້ອຽໆ ກໍບໍ່ຄວນລືມ. ຄົນລາວທີ່ລັກໄປຢືມມືຄົນຕ່າງດ້າວ
ຜູ້ຫວັງກືນກິນລາວມາຂຽນປວັຕິສາຕຣ໌ຂອງປະເທສຕົນນັ້ນ ມັນແມ່ນປວັຕິສາຕຣ໌ປອມໆ....

- ໃນບົທບັຣທຶກຊອງ ສີຊນະ ສີສາຣ ທີ່ຂຽນໄວ້ກ່ຽວກັບ ສຸພານຸວົງສ໌, ບໍ່ວ່າໃນປວັຕກາຣນ໌:

໑- "ກາຣສູ້ຣົບທີ່ທ່າແຂກ" ກໍດີ
໒- "໓໐໐ ມື້ ທີ່ຄຸກໂພນເຄັງ" ກໍຕາມ ທັງໃນຂໍ້ທີ ໑ ແລະ ຂໍ້ທີ ໒ ນັ້ນ ລ້ວນແຕ່ມີສິ່ງທີ່ມັນຂາດຫາຍ ໄປຢ່າງໜ້າເສັຽດາຽທີ່ສຸດ.
ຖ້າຫາກມາອ່ານທຽບໃສ່ບົທບັຣທຶກສຳຫ໌ຄັນ ຂອງທ່ານ ອຸ່ນ ຊນະນິກອນ (ຫລືທ້າວ ອຸ່ນຕີນເຢັນSmile ທີ່
ເປັນລາວອິສສຣະເກົ່າ ຂນານແທ້ ແລະ ດັ້ງເດີມທີ່ເຣີ່ມກໍ່ຕັ້ງຂບວນກາຣນ໌ຕໍ່ຕ້ານ ກາຣປົກຄອງຂອງ
ຝຣັ່ງເສສ ກ່ອນສຸພານຸວົງສ໌ ເມື່ອເດືອນມິນາ ປີ ຄສ. ໑໙໔໕ ທີ່ເພິ່ນຂຽນໄວ້ໃນປຶ້ມ "ຄວາມຫລັງຂອງຂ້ອຍ" ແລ້ວຈະເຫັນວ່າ ສີຊນະ ສີສາຣ ເລືອກຂຽນເອົາແຕ່ສິ່ງທີ່ເປັນປໂຍຊນ໌ແກ່ກາຣເມືອງຂອງຣະບອບຄອມມຸຍນິສຕ໌ ໃນລາວເທົ່ານັ້ນ.../

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Edited: 28/03/2008 12:23
Delete Edit Quote
 
Reply
Gallery
Language
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
Copyrights, AmeriLao 2005 ~ 2008