Icon Home > Forum > General > ປວັຕສາຕ ເພື່ອຄວາມຈົງຈຳ > ປວັຕິສາຕຣ໌ລາວມື້ລະນ້ອຍ ໓
Icon Gallery
Icon Google Adsense
Icon Google Referrals
Icon Forum
RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໓
AuthorText
samneua

Avatar

Posts: 10
Gender: Male
Online: No
Date: 28/03/2008 12:28
ປວັຕິສາຕຣ໌ລາວມື້ລະນ້ອຍ ໓
#post21
ທ່ານອຸ່ນ ຊນະນິກອຣ ຂຽນເອົາໄວ້ວ່າ "ໃນຂນະ ທີ່ເຄື່ອງບິນຣົບ Spit Fire ຂອງອັງກລິສຫລາຽລຳ ແຕ່ຂັບໂດຽນັກບິນຝຣັ່ງເສສເອງ ຣະດົມຍິງເຂັ່ນຂ້າ ພີ່ນ້ອງເມືອງທ່າແຂກ
ຈົນຕາຽກອງກືກັນຢູ່ນັ້ນ ກໍມີພີ່ນ້ອງເມືອງທ່າແຂກ ຈຳນວນມາກ ໄດ້ຫລົບໜີຂ້າມນ້ຳຂອງ ໄປຍັງເມືອງນະຄອຣພະນົມ ແຕ່ເຈົ້າ ສຸພານຸວົງສ໌ ກໍແຕ່ງຄົນໄປບັງຄັບໃຫ້ເຂົາເລົ່ານັ້ນ ກັບຄືນມາຍັງທ່າແຂກອີກ ພວກເຂົາຖືກຍົນຕ໌ ສປິຕ ໄຟຣ໌ ຂອງຝຣັ່ງຍິງຈົນຕາຽຈົມນ້ຳຂອງນັບບໍ່ຖ້ວນ ຫາກ ພວກເພິ່ນທີ່ເຫລືອຕາຽນັ້ນ ຮູ້ວ່າແມ່ນຄຳສັ່ງຂອງເຈົ້າ ສຸພານຸວົງສ໌ ໃຫ້ໄປບັງຄັບເອົາເຂົາມາ ກໍແນ່ນອນວ່າ ເຈົ້າສຸພານຸວົງສ໌ ຈະບໍ່ໄດ້ຮັບອະພັຍຈາກພວກເຂົາເດັດຂາດ" ຕອນສຸພານຸວົງສ໌ ກັບພວກ ຈຳນວນ ໑໖ ຄົນຖືກ ນາຍົກຜຸຽ ຊນະນິກອຣ ສັ່ງຈັບຂັງຄຸກຄອກມ້າ ທຫາຣຝຣັ່ງ ທີ່ໂພນເຄັງ ເມື່ອ ວທ ໒໘ ກໍຣະກະດາ ໑໙໕໙ ນັ້ນ ສີຊນະ ສີສາຣ ກໍຂຽນຍົກຍ້ອງ.

ແຕ່ຄວາມກ້າຫາຣຂອງສຸພານຸວົງສ໌ ທີ່ສາມາຖ ປຸກຣະດົມເອົາພວກ ທຫາຣຍາມ ສາຣະວັຕທຫາຣ ທັງ ໘ ຄົນ ໃຫ້ພາໜີອອກຈາກຄຸກຄອກມ້າ ໃນວັນທີ ໒໓ ພຶສພາ ໑໙໖໐ ແຕ່ສີຊນະ ສີສາຣ ບໍ່ຍອມຂຽນເຣື່ອງຈິງ ທີ່ມີໜ່ວຽກ້າຕາຽ ຂອງນາຽ Ngyen Ngon ທີ່ ວໍຫງຽນຢຽບ ເປັນຜູ້ຝຶກ ແລະ ສົ່ງຕຣົງມາຈາກຮາໂນຍ ເພື່ອ "ລັກພາຕົວ ສຸພານຸວົງສ໌" ກັບພວກອອກໜີຈາກຄຸກໂພນເຄັງ, ໄດ້ລັກລອດເຂົ້າໄປຢູ່ໃນຄຸກ ຄອກມ້າກ່ອນກາຣລັກພາຕົວ ສຸພານຸວົງສ໌ ອອກໜີໄປ ແຕ່ໃນສາຽຕາຂອງຄົນລາວ ພາກັນເຂົ້າໃຈວ່າ ມີພວກສາຣະວັຕຫາຣ ເທົ່ານັ້ນ ທີ່ພາ ສຸພານຸວົງສ໌ ໂຕນໜ ສນັ້ນ ປວັຕິສາສຕຣ໌ ຈິງເຣື່ອງນີ້ ຈຶ່ງຂາດຫາຽໄປອີກຢ່າງນ່າເສັຽດາຽ ໝາຽວ່າ ສີຊນະ ສີສາຣ ນັ້ນ ແກ້ງຫລົງລືມ ທັ້ງໆ ທີ່ຕົນເອງ ກໍຖືກຂັງຢູ່ຕິດກັບຫ້ອງໝາຽເລຂ ໔ ຂອງ ສຸພານຸວົງສ໌ ຫາກບົທຂຽນຂອງເພິ່ນ ກາຽເປັນ ປວັຕິສາຕຣ໌ ແລ້ວ ມັນກໍເປັນພຽງປວັຕທີ່ຂາດຄວາມສົມບູຣນ໌
ຢ່າງເຫັນໄດ້ຄັກແນ່.

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
MemHT Portal is a free software released under the GNU/GPL License by Miltenovik Manojlo
Copyrights, AmeriLao 2008