RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໔
AuthorText
samneua

Avatar

Posts: 10
Gender: _MALE_
Online: No
Date: 28/03/2008 12:35
ປວັຕິສາຕຣ໌ລາວມື້ລະນ້ອຍ ໔
#post20
ປວັຕິສາຕຣ໌ ຂອງປະເທສນັ້ນ ບໍ່ຄວນເອົາມັນມາເປັນເງື່ອນໄຂທາງກາຣເມືອງເຣື່ອງຂອງເຣື່ອງທັງໝົດ ຄວຣຈົດແຕ້ມເຂົ້າໃນຮອຽລໍ້ ຂອງປວັຕິສາຕຣ໌ ທັງນີ້ ກໍເພື່ອໃຫ້ຊາຕ ໄດ້ມີຂໍ້ມູລ ທີ່ສົມບູຣນ໌ ຄົບຖ້ວນ. ນັກກາຣເມືອງທຸດພັຄຝ່າຽ ບໍ່ຄວຣຄິດລະອາຽ ຕໍ່ກາຣປະພຶຕ ແລະ ກາຣກະທຳຂອງພວກຕົນ, ບໍ່ຄວນຄິດ ດັດແປງແກ້ໄຂເຫຕຸກາຣນັ້ນໆ ໃຫ້ກາຽມາເປັນເຣື່ອງປອມແປງ
ດັ່ງທີ່ກຸ່ມປະເທສໄກ້ຄຽງບາງປະເທສ ໄດ້ກະທຳຜ່ານມາແລ້ວ ຕົວຢ່າງທີ່ໄທຽ ຂຽນບັຣທຶກ ໃຫ້ພວກລູກຫລານໄທຽອ່ານພົບວ່າ "ອົງຄ໌ພຣະແກ້ວ ມໍຣະກົຕນັ້ນ ຖືກນຳມາຈາກນະຄອຣຊຽງໃໝ່" ແທນທີ່ພວກເຂົາຈະຂຽນຕາມຄວາມຈິງວ່າ "ອົງຄ໌ພຣະແກ້ວ ແມ່ນທຫາຣໄທຽ ປຸ້ນຍາດເອົາມາຈາກນະຄອນວຽງຈັນທນ໌"

ໃນເທສກາຣທ່ອງທ່ຽວ "ວຽຕນາມ" ຄົນນຳທ່ຽວ ທີ່ເວົ້າພາສາຝຣັ່ງ ພໍເຂົ້າໃຈ ກໍໄດ້ຫລອກນັກທ່ອງທ່ຽວ ຕາເວັນຕົກ ແລະ ຢູໂຣບວ່າ "ກອງທັພວຽຕນາມພາຄເໜືອ
ໄດ້ອາສັຍສາຽພູຫລວງ ດ້ານຕາເວັນອອກ ທີ່ເປັນຂອງວຽຕນາມເອງ ເຄື່ອນທີ່ລົງໄປປົດປ່ອຽເອົາວຽຕນາມພາຄໃຕ້ ແທນທີ່ຜູ້ກ່ຽວຈະເວົ້າວ່າ "ໄດ້ອາສັຍດິນລາວເປັນທາງຜ່ານ"

ໃນຣະຫ່ວາງປີ ຄສ. ໑໙໖໗ ເຈົ້າອະຣິຍະທັມມະສິລປ໌ ສຸພານຸວົງສ໌ ຜູ່ເປັນລູກກົກຂອງສຸພານຸວົງສ໌ ຖືກລອບສັງຫາຣ ຢ່າງປ່າເຖື່ອນ ທີ່ບ້ານນາລວງ ໃນເຂຕເມືອງປູນ ແຂວງຫົວພັນທ໌ ນາງຍອດແກ້ວມະນີ ສຸພານຸວົງສ໌ (ລູກສາວຄົນທີ ໕ ຂອງ ສຸພານຸວົງສ໌) ໄດ້ຂຽນໄວ້ໃນປຶ້ມ ປະທານ ສຸພານຸວົງ (ສກົດຕາມເພິ່ນຂຽນ) ເນື່ອງໃນໂອກາສກອງປະຊຸມ ສັມມະນາວິທຍາສາສຕຣ໌ ຄັ້ງວັນທີ ໒໙-໓໐ ມິຖຸນາ ປີ ໒໐໐໔ ທີ່ນະຄອຣວຽງຈັນທນ໌ ມີໃຈຄວາມສຳຫ໌ຄັນວ່າ "ອ້າຽອະຣິຍະທັມມະສິລປ໌ ຖືກສັຕຣູຂ້າ ຢ່າງປ່າເຖື່ອນ ເພິ່ນມີອາຍຸພຽງ ໒໘ ປີ ຫາກໍແຕ່ງງານໄດ້ ໔ ເດືອນ ເອື້ອຽໄພ້ ກໍພວມຖືພາໄດ້ ໒ ເດືອນ" ສ່ວນສຸພານຸວົງສ໌ເອງ ກໍຈົ່ມຮ້ອງໄຫ້ ດ້ວຽຄວາມເຈັບແຄ້ນແໜ້ນໃຈວ່າ "ຄອບຄົວສຸພານຸວົງສ໌ເຮົາ ໄດ້ເສັຽສຣະບັຣລັງກ໌ + ຄວາມສຸຂ + ກຽຕຕິຍົສທຸກຢ່າງ ເພື່ອເຂົ້າຮ່ວມຂບວນກາຣຕໍ່ສູ້.

ສນັ້ນ, ສັຕຣູ ແລະ ອິທທິກຳລັງປະຕິກາຣນ໌ ຈຶ່ງບໍ່ມັກ ຈຶ່ງຂ້າເຈົ້າ ອະຣິຍະເສັຽ ເພື່ອດັບມອດຂບວນກາຣປະຕິວັຕ "ຂ່າວລື ຍັງແຜ່ພັດໄປທົ່ວກອງກຳລັງລາວອິສສຣະວ່າ "ພວກ CIA ສົ່ງຄົນຂອງວັງປາວ ມາຂ້າລູກຊາຽຂອງ ສຸພານຸວົງສ໌" ແຕ່ຜູ້ຮູ້ເຫັນ ເຫຕຸກາຣ ທີ່ເຄີຽເປັນແນວລາວເກົ່າ + ເຄີຽຖືກຈັບໄປຂັງໄວ້ ໃນຄຸກເມືອງປູນແຫ່ງດຽວກັບມືປືນຄາຕກອຣ ທີ່ເປັນຫທາຣກອງຫລອນປະຈຳບ້ານນາລວງ.

ໂດຽອີງເອົາກາຣບອກເລົ່າ ຂອງມືປືນ ທີ່ຖືກສານຕັດສິນ "ປະຫາຣຊີວິດ" ແລ້ວ ແຕ່ກຳລັງຣໍກາຣປະຫາຣວ່າ "ແມ່ນຂ້ອຽເອງ ເປັນຜູ້ຂ້າເຈົ້າອະຣິຍະທັມມະສິລປ໌ ເພາະເພິ່ນມາຍາດມັກຜູ້ສາວຂອງຂ້ອຽ ທີ່ບ້ານນາລວງ ແຕ່ບໍ່ແມ່ນສັຕຣູມາແຕ່ໃສດອກ"

(ຢາກອ່ານຣາຽຣະອຽດ ໃຫ້ອ່ານປຶ້ມ ຫາກສຸພານຸວົງສ໌ ກັບຊາຕມາເກີດ)

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
Gallery
Language
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
Copyrights, AmeriLao 2005 ~ 2008