Icon Home > Forum > General > ປວັຕສາຕ ເພື່ອຄວາມຈົງຈຳ > ປວັຕິສາຕຣ໌ລາວມື້ລະນ້ອຍ ໕
Icon Gallery
Icon Google Adsense
Icon Google Referrals
Icon Forum
RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໕
AuthorText
samneua

Avatar

Posts: 10
Gender: Male
Online: No
Date: 28/03/2008 12:39
ປວັຕິສາຕຣ໌ລາວມື້ລະນ້ອຍ ໕
#post19
ໃນປຶ້ມ "ຄວັນຫລົງແຫ່ງກາຣສິ້ນສຸດຄວາມເປັນພຣະຣາຊອາຈັກຣ໌ລາວ" ຂຽນຖ່າຽທອດ
ຈາກປຶ້ມຂອງ ສາສຕຣາຈາຣຍ໌ ຄົນອາເມຣິກັນ ທີ່ມີນາມວ່າ Clifton Dodd ເວົ້າວ່າ “ລາວ” ແປວ່າ “ຍິ່ງໃຫ່ຍ” ໝາຽວ່າ ຊາຕລາວ ເຄີຍເປັນຊາຕທີ່ຍິ່ງໃຫ່ຍມາກ່ອນນັ້ນເອງ. ມີຄວາມຈເຣີນ ແລະ ກໍມີພົລເມືອງມາກ. ມີອະຣະຍະທັມມ໌ສຸງໃນສມັຍໂບຮານ.

- ນັກປວັຕິສາສຕຣ໌ ທີ່ດົງດັງຂອງຕ່າງປເທສ ຈຳນວນບໍ່ນ້ອຽເລີຽ ທີ່ຂຽນຄົ້ນ ປວັຕິສາສຕຣ໌ ຂອງຊາຕຕ່າງໆ ໃນແຖບອິນດູຈີນ. ພວກເຂົາຂຽນຢັ້ງຢືນວ່າ ຊົນຊາຕລາວ ເປັນພວກທີ່ມີພາສາ + ມີຕົວໜັງສື + ມີວັທນະທັມມ໌ - ມີຮີດຄອງປະເພນີຍ໌ອັນດີງາມ - ມີຄວາມເປັນເອກຣາຊຂອງຕົນເອງ
ແລະ ຈເຣີນຮຸ່ງເຮືອງມາແລ້ວໃນອດີຕກາລ. ໃນຫລາຽຍຸກຫລາຽສມັຍ ຕົວຢ່າງສມັຍ:

- ຂຸນບູຣົມນ໌
- ເຈົ້າຟ້າງຸ່ມແຫ່ລງຫລ້າທໍຣະນີຍ໌
- ເຈົ້າໄຊຍເສຖາທິຣາຊ
- ເຈົ້າສູຣິຍະວົງສາ

ບໍ່ແມ່ນແຕ່ໃນຍຸກໃໝ່ ຫລື ຍຸກໃດ ທີ່ຊາຕກຳເນີດຂອງຄົນລາວຕ້ອງລົ້ມລຸກຄຸກຄານ - ອ່ອນເພັຽ + ແຕກແຍກ + ຂັດແຍ່ງ + ປັກປ້ຳທຳລຽກັນເອງ ຍ້ອນເລ່ຫ໌ກົລຂອງຄົນອື່ນ ຈົນຊາຕລາວຕ້ອງຕົກເປັນທາສ ແກ່ຊາຕອື່ນໄກ້ຄຽງ ຢູ່ຫລາຽຮ້ອຽປີ. ປວັຕິສາສຕຣ໌ລາວ ໃນເມື່ອກ່ອນ ບໍ່ແມ່ນຈິຕະການຂອງນັກຂຽນ + ນັກກາຣເມືອງ ຄືຍຸກນີ້ ທີ່ແຕ້ມແຕ່ງປ່ຽນແປງປວັຕິສາສຕຣ໌ຂອງຕົນ ເພື່ອເຫັນແກ່ ກາຣເມືອງ ຂອງພວກປະຕິກາຣ + ປະຕິກູລລ້າງຜານ ເຊື້ອຊາຕ + ເຜົ່າພັນທ໌ ຕໍ່ພວກເພິ່ນເລົ່ານັ້ນ ໃນອະດີດ ໄດ້ບັຣທຶກເອົາແຕ່ເຣື່ອງຈິງ ໄວ້ໃຫ້ລູກຫລານລາວ ໄດ້ອ່ານ. ກາຣຂຽນປວັຕິສາສຕຣ໌ຈິງ
ແມ່ນກາຣຮັກສາທຸກຢ່າງຂອງຊາຕ. ແຕ່ກາຣຂຽນປວັຕິສາສຕຣ໌ປອມໆ ແມ່ນກາຣຍິນຍອມທຳລາຽຊາຕ ໂດຽເຈຕະນາ.

- ຈາກບົທຮຽນທີ່ຄົນລາວ ຄວຣອ່ວາຽໜ້າ ພາກັນມາອ່ານປວັຕິສາສຕຣ໌ ນັບແຕ່ສມັຍ ອານາຈັກຣ໌ນ່ານເຈົ້າ ເມື່ອປີ ໑໖໐-໗໕໐ ກ່ອນຄຣິສຕ໌ສັກຣາຊ. ຈາກສມັຍຟ້າງຸ່ມ ຄສ. ໑໓໐໐ ຈົນມາຮອດສມັຍ ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງເສສ ແຕ່ປີ ຄສ. ໑໘໙໓ ຈົນເຖິງປີ ຄສ. ໑໙໗໕ ນັ້ນ ມັນສົມຄວຣ ທີ່ຄົນລາວຜູ້ສລາດ ຈະຄົ້ນພົບວ່າ “ເພາະກາຣຮູ້ເຣື່ອງປວັຕິສາສຕຣ໌ ຂອງຊາຕຕົນເອງ ນ້ອຽໄປນີ້ແຫລະ ຈຶ່ງເກີດເປັນລາວປັນຍາອ່ອນ ພາກັນນອນແຈບຈົມ ຢູ່ແຕ່ກັບຄວາມຫລອກຫລົງ ຂອງຄົນອື່ນ. ເຂົາຫລອກວ່າ ເຄີຽເປັນລູກອີ່ພໍ່ດຽວ ອີ່ແມ່ດຽວກັນມາແຕ່ສມັຍພັນປີ ໝື່ນປີພຸ້ນ ກໍໄປຫລົງຟັງຄວາມເຂົາ. ໃຜຢາກຮູ້ຄັກວ່າ ຄົນລາວ + ຄົນວຽຕນາມ + ຄົນໄທຽແມ່ນໃຜ ແລະ ມາຈາກໃສ ກໍຄົ່ງຕິດຕາມອ່ານຕໍ່ໄປ.

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
MemHT Portal is a free software released under the GNU/GPL License by Miltenovik Manojlo
Copyrights, AmeriLao 2008