Icon Home > Forum > General > ປວັຕສາຕ ເພື່ອຄວາມຈົງຈຳ > ປວັຕິສາຕຣ໌ລາວມື້ລະນ້ອຍ ໖
Icon Gallery
Icon Google Adsense
Icon Google Referrals
Icon Forum
RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໖
AuthorText
samneua

Avatar

Posts: 10
Gender: Male
Online: No
Date: 28/03/2008 12:46
ປວັຕິສາຕຣ໌ລາວມື້ລະນ້ອຍ ໖
#post18
Dr. William Clifton Dodd ນັກສອຣສາສນາຄຣິສຕ໌ ຄົນອາເມຣິກັນ ໄດ້ຂຽນບັຣທຶກໄວ້ ໃນໜັງສືເຣື່ອງ The Thai race ຂອງເຂົາວ່າ ຊົນຊາຕ “ໄຕ” ຫລື “ອ້າຽລາວ” ໂດຽໃນກາລຕໍ່ມາ ໄດ້ແຍກກັນອອກເປັນໄທຽ-ເປັນລາວ ແລະທັງສອງຊົນຊາຕນີ້ ຕ່າງກໍຍາດແຍ່ງ ຄວາມເປັນໃຫ່ຽຣະຫ່ວາງກັນ ເຣື່ອຽມາ ຕັ້ງແຕ່ຕົ້ນປີ ຄສ. ໑໐໕໗-໑໗໕໗. ທັງສອງນີ້ ທຳລາຽຣົບເລວກັນບໍ່ຢຸດຢ່າ. ຜູ້ທີ່ຊນະ, ນອກຈາກປຸ້ນສດົມ ເອົາສົມບັຕປະເທສແລ້ວ ຍັງໄດ້ກວາດຕ້ອນເອົາພົລເມືອງຂອງກັນໄປເປັນຂ້ອຽທາສ.

ປວັຕິສາສຕຣ໌ຂອງລາວ ຍາມໃດກໍຫລຳແຕ່ຮອຽເກົ່າ ເພາະຄົນລາວຈຳນວນໜຶ່ງ ບໍ່ທັນຍອມປະຖິ້ມ ຄວາມຄິດອັນແກ່ເກົ່າ ທີ່ເມື່ອເວົ້າກັນຍາມໃດ ກໍມັກແກ່ວງກຳປັ້ນ ໃສ່ກັນ. ຕອນຕໍ່ມາ ທີ່ມັນທັນສມັຍແດ່, ມີອຳນາສຈາກຜູ້ອື່ນ ເຜີຽແຜ່ເຂົ້າມາ, ສັຕຣາອາວຸທກໍມີ ກໍຍິ່ງພິລຶກຄຶກຄະນອງ
ນ້ອງກັບອ້າຽສ້າງຄ້າຽຂ້າກັນກໍເປັນ. ຫລາຽຄົນມີຍົສໃຫ່ຽ ແຕ່ຫົວໃຈນ້ອຽ ເໝືອນປາຽເຂັມ. ມີຍົສເຕັມບ່າ ແຕ່ປັນຍາເບົາ. ບໍ່ຮູ້ເມື່ອ ແມ້ກະທັ້ງເຂົາມາຫລອກ + ເຂົາມາບອກໃຫ້ຂ້າດັບໂຄຕໂຕເອງ…

- ກອງແລກໍຣັຖປະຫາຣ ເມື່ອວັນທີ ໐໙ ສິງຫາ ໑໙໖໐ ພູມີ ໜໍ່ສວັນຄ໌ ຕ້ອງປາບທັນທີ
ເພາະຫຍັງ? ມີໃຜແດ່ທີ່ຈະຕອບໃຫ້ຖືກໄດ້? ຫາກໃຜຜູ້ນັ້ນ ບໍ່ອ່ານປວັຕິສາສຕຣ໌ຊາຕລາວ ແລະ
ບໍ່ສົນໃຈ ຮຽນຮູ້ ເຖິງທີ່ໄປທີ່ມາຂອງປະເທສຕົນເອງ. ນາຽທຫາຣຍົສພັນເອກ ຂອງກອງທັພລາວຄົນໜຶ່ງ ບອກກັບເພື່ອນໆວ່າ ຍົສນາຽພົລຂອງກອງແລ ແມ່ນ ໑໓ ປະເທສ
ທີ່ເຊັນຮັບຄວາມເປັນກາງຂອງລາວ ທີ່ເມືອງຊູຣິສສ໌ ສວິຕ໌ເຊີຣ໌ແລນດ໌ ເປັນຜູ້ມອບໃຫ້…

- ເມື່ອເຮົາບໍ່ສົນໃຈ ຮຽນຮູ້ປວັຕິສາສຕຣ໌ ກໍແນ່ນອນແຫລະທີ່ຕ້ອງເວົ້າໄປ ທົ່ວທີບທົ່ວແດນ. ເຮັດໃຫ້ເຫຕຸກາຣ ເປ້ເພ + ໃຫ້ຜູ້ຟັງ ທີ່ບໍ່ເຄີຽຈັບປຶ້ມຕຳຣາ ທ່ຽວຫາເວົ່າກັນຕໍ່ກັນໄປຕື່ມອີກ. ເຣື່ອງທີ່ມັນບໍ່ຖືກ ພັດພາກັນເຂົ້າໃຈວ່າ ເປັນເຣື່ອງຈິງ… ແຕ່ເຣື່ອງທີ່ມັນມີຈິງ ພັດຖຽງຄືນວ່າມັນບໍ່ແມ່ນ…!

ເອກສາຣສບັບນັ້ນ ບັຣທຶກເອົາໄວ້ວ່າ ເຈົ້າຊີວິຕ ສີສວ່າງ ວັທນາ ໄດ້ມີພຣະຣາຊອົງຄ໌ກາຣ ສບັບເລຂທີ ໑໔໐/ລົງວັນທີ ໒໑ ພຶສພາ ໑໙໖໘ ເລື່ອນຊັ້ນນາຽພົລ ໃຫ້ແກ່ນາຽທຫາຣ ເປັນກາງ ໓ ຄົນ ກ່ອນກາຣເຂົ້າຮ່ວມກັນກັບກຳລັງທັພຝ່າຽຂວາຄື

. ກອງແລ ໂຣແລັງ.
. ເຮືອນ ມົງຄົລວິລັຍ
. ຄຳລ້ອມ ທອງພັນທ໌

ຕິດຕາມດ້ວຽ ພວກທີ່ຈະເປັນນາຽພັນເອກ ໑໙ ຄົນ + ພັນໂທ ໒໖ ຄົນ + ພັນຕຣີ ໒໓ ຄົນ
ຮ້ອຽເອກ ໑໑໐ ຄົນ + ຮ້ອຽໂທ ໒໑໓ ຄົນ + ແລະ ຮ້ອຽຕຣີ ໓໑໓ ຄົນ.ແຕ່ກອງແລ ເອງ
ກໍບໍ່ເຄີຽໄດ້ຮັບຕຳແໜ່ງໜ້າທີ່ ອັນສົມກຽຕ ໃນກອງທັພລາວອີກເລີຽ ນັບແຕ່ວັນນັ້ນເປັນຕົ້ນມາ ຈົນເຖິງວັນນີ້ ກໍເກືອບ ໔໐ ປີແລ້ວ ກອງແລ ຍັງບໍ່ມີແມ້ ກະທັ້ງ ໂອກາສໄດ້ກັບໄປຢຽບແຜ່ນດິນທີ່ຫວງຮັກ ແລະ ບ່ອນຝັງພວງແຫ່ຂອງຕົນເອງເລີຽ

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
MemHT Portal is a free software released under the GNU/GPL License by Miltenovik Manojlo
Copyrights, AmeriLao 2008