Icon Home > Forum > General > ປວັຕສາຕ ເພື່ອຄວາມຈົງຈຳ > ປວັຕິສາຕຣ໌ລາວມື້ລະນ້ອຍ ໗
Icon Gallery
Icon Google Adsense
Icon Google Referrals
Icon Forum
RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໗
AuthorText
samneua

Avatar

Posts: 10
Gender: Male
Online: No
Date: 28/03/2008 12:52
ປວັຕິສາຕຣ໌ລາວມື້ລະນ້ອຍ ໗
#post17
ອາຈເປັນເຣື່ອງທີ່ແປກປລາດ ອັສຈັຣຍ໌ໃຈ ສຳຫ໌ຣັບຄົນລາວ ຈຳພວກທີ່ບໍ່ພາກັນສົນໃຈເຣື່ອງ ປວັຕິສາສຕຣ໌ ກາຣທຫາຣ ຫລື ກາຣເມືອງ ຂອງປະເທສລາວ ໃນຄາວອດີດ. ທີ່ໃນປັຈຸບັນນີ້ ເມື່ອພວກກ່ຽວຜ່ານໄປແຖວໃດ ກໍມັກເວົ້າຢູ່ສເມີວ່າ “ຄົນລາວຂ້າກັນເອງ” ຄົນພວກນີ້ ອາຈເກ່ງກາຣເວົ້າ ແຕ່ບໍ່ເຂົ້າໃຈໃນໂສກນາຖກັມມ໌ + ວິກຣິຕກາຣນ໌ ທີ່ພວກຈັກຣ໌ພັຕຣ໌ຕ່າງດ້າວ ທັງຫລາຽ ພາກັນຫລັ່ງໄຫລເຂົ້າມາ ກໍ່ກັມມ໌ທຳເຂັນ + ເຂັ່ນຂ້າຄົນລາວ ໃນຫລາຽຍຸຄ ຫລາຽສມັຍ.

ມັນບໍ່ແມ່ນມີແຕ່ຄົນລາວຫລາຽຝ່າຽ ບາຽອາວຸທ ໂຫ່ເຂົ້າທຳລາຽກັນເອງເທົ່ານັ້ນ. ແຕ່ມັນມີຄົນອື່ນ ຈາກຊາຕອື່ນ, ທັງຈັກຣ໌ພັຕຣ໌ລ່າເມືອງຂຶ້ນ ສມັຍເກົ່າ ແລະສມັຍໃໝ່ ພາກັນຫລັ່ງໄຫລເຂົ້າມາຫາຜົລປໂຍຊນ໌ສ່ວນຕົວຢູ່ໃນແຜ່ນດິນທອງຂອງພວກເຮົາ…

ໃນເອກສາຣຂອງພວກ CIA ທີ່ຂຽນໄວ້ ກ່ຽວກັບສົງຄາມ “ລັບ” ໃນລາວ ກັບໄດ້ກ່າວວ່າ “ອາເມຣິກາ ສົ່ງເຄື່ອງບິນຣົບເຂົ້ານ່ານຟ້າລາວ ກໍເພື່ອຖລົ່ມກຳລັງທຫາຣ ວຽຕນາມເໜືອ. ເມື່ອເປັນດັ່ງນີ້ ບຸຄຄົລອັນທະພາລ ທີ່ພາກັນສ້າງຄວາມອຸບາທວ໌ + ວອດວາຽ + ຫາຍະນະ ໃຫ້ແກ່ຄົນລາວເຮົານັ້ນ ມັນມີຢູ່ຫລາຽຝ່າຽ. ແຕ່ເພື່ອນສຫາຽຂອງພວກເຮົາ ຫລາຽຄົນ ຍັງວົນປະນາມແຕ່ອາເມຣິກາ ທີ່ມາກໍ່ເຫຕຸຂຶ້ນໃນແຖບອິນດູຈີນ. ແຕ່ຈະບໍ່ກ່າວປະນາມ “ຄູ່ກໍຣະນີຍ໌ ຂອງອາເມຣິກາຈັກເທື່ອ”. ຫາກເມື່ອຄຶດເບິ່ງແລ້ວ ຄ້າຽຄືວ່າ ພວກກ່ຽວ ບໍ່ຢາກເວົ້າ + ບໍ່ກ້າເວົ້າ +
ຫລືເວົ້າແລ້ວ ຢ້ານຜິດໃຈຜູ້ໜຶ່ງ + ຈຶ່ງຣະບາຽຄວາມຄັ່ງແຄ້ນໃຈຂອງຕົນເອງ “ສັບແຫລກ” ແຕ່ອາເມຣິກາຂ້າງດຽວ ທັງໆທີ່ ບໍ່ມີຄົນອາເມຣິກັນແລ້ວ ໃນປະເທສລາວ.

ກົງກັນຂ້າມ ທີ່ມີທັງເຈົ້າໜ້າທີ່ ນັກກາຣເມືອງ ວຽຕນາມ ຢູ່ໃນຣັຖບາລ ສປປລ. ແລະ ຄົນວຽຕນາມຈຳນວນມາກຫລາຽ ຢາຽກັນຢູ່ທົ່ວ ແຜ່ນດິນລາວ ຜູ້ກ່ຽວເອງກໍຮູ້. ຢ່າໃຫ້ໝູ່ຄູ່ເຂົ້າໃຈວ່າ “ພວກຕົນມາໂຄຊນາໃຫ້ຣະບອບ ຄອມມິວນິສຕ໌ເລີຽ. ເພາະຊາຕຢູ່ພາຽໃຕ້ຣະບອບນີ້ ໄດ້ກາຽເປັນປະເທສທີ່ທຸກຂ໌ຍາກ ທີ່ສຸດໃນໂລກແລ້ວ. ຫາກສົມທຽບໃສ່ຣະບອບກ່ອນ ຈະເຫັນວ່າ ບໍ່ທັນມີຫຍັງດີ “ເລີດ” ກ່ວາກັນໃນສ່ວນຮວມ. ກົງກັນຂ້າມທີ່ ຂພຈ. (ໂມທະນາ) ເຂົ້າໃຈວ່າ ເປັນຣະບອບ “ຄາຕກອຣ” ທີ່ໂລກອີກປະເທສໜຶ່ງ ໃນແຖບອິນດູຈີນ…

ຮັກປະເທສລາວ + ຄົນລາວຕ້ອງເວົ້າເພື່ອຊາຕລາວ ແຕ່ຕຳນິທຸກຝ່າຽ + ທຸກສັນດານ
ທີ່ພວກມັນມາບັງອາຈ ຍິບຍື່ນຄວາມ “ອັມຫິຕ + ອັບປີຍ໌” ໃຫ້ແກ່ປັທະພິຂອງຕົນ.

- ໃນຣະຫ່ວາງເດືອນມິນາ ໑໙໖໒ ນາຽ Williams Sullivan ທູຕພິເສທຈາກ ທຳນຽບຂາວ
ແລະ ເປັນປະທານຄູ່ກາຣເຈຣະຈາ ບັຣຫາລາວ ທີ່ນະຄອຣ ເຈນີວາ ໄດ້ເດີນທາງໄປຍັງຄັງໄຂ ພາຽຫລັງຈາກກາຣເຈຣະຈາຂອງລາວ ສາມຝ່າຽ ທີ່ເຈນີວາ ບໍ່ຄືບໜ້າ., ເພື່ອພົບກັບນາຍົກເປັນກາງ ຄື ສຸວັນນະພູມາ ທີ່ຕອນນັ້ນແມ່ນທີ່ຕັ້ງ ຂອງຣັຖບາລກາງຂອງກອງແລ. ນາຽ Sullivan ຕົກຕຣຶງ ຈົນຕາລຸກ ເປັນຕາເສືອ ເມື່ອໄດ້ເຫັນສຸພານຸວົງສ໌ ກັບສຸວັນນາພູມາ ຜູ້ອ້າຽ ມານັ່ງຫລິ້ນໄພ້ພອ໋ກ໌ເກີຣ໌ ຢູ່ໃນເຮືອນຫລັງດຽວກັນ. ເພາະທ່ານທູຕພິເສທຈາກທຳນຽບຂາວ ເຄີຽເຫັນສອງນ້ອງອ້າຽນີ້ “ຖົກຖຽງ” ກັນໃນກອງປະຊຸມ ທີ່ເຈນີວາ ຫາກໍຜ່ານມາ ຈົນ “ຕາຕີ່ຕາສວດ” ແຕ່ພວດພາດ ກໍມາເຫັນຄູ່ກໍຣະນີຍ໌ ທາງກາຣເມືອງນັ່ງຮ່ວມໂຕ໋ະກັນຢູ່ ຢ່າງສະບາຽໆ.

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
MemHT Portal is a free software released under the GNU/GPL License by Miltenovik Manojlo
Copyrights, AmeriLao 2008