(ປັດສິມມະວາຈາ ຂອງສຸພານຸວົງສ໌ ກ່ອນສິ້ນລົມຫາຽໃຈ) ຕອນຕໍ່
ຈາກຄຳໃຫ້ສຳພາສນ໌ ຂອງສຸພານຸວົງສ໌ ທີ່ແປອອກມາເປັນພາສາລາວແລ້ວ ໂດຽມີຄວາມຍາວ
ເຖິງ ໖໑໓ ຄຳນັ້ນ ແຕ່ໄດ້ລອກກ່າຽຕໍ່ ເອົາອອກມາໃຫ້ອ່ານພຽງຕອນທີ່ເຫັນວ່າ "ສຳຫ໌ຄັນ" ໃນບາງຕອນເທົ່ານັ້ນ ດັ່ງນີ້:
"ໃນໄລຍະທີ່ ຂພຈ. (ສຸພານຸວົງສ໌) ໄປຮ່ວມມືກັບພວກວຽຕມິນຫ໌ ເພື່ອທຳກາຣກູ້ຊາຕນັ້ນ
ໄດ້ສັນຍາກັນວ່າ ເມື່ອໃດສົງຄາມສິ້ນສຸດແລ້ວ ຄົນວຽຕນາມ ກໍຕ້ອງກັບເມືອຢູ່ປະເທສ ວຽຕນາມ ແລະ ຄົນລາວ ກໍຕ້ອງກັບໄປຢູ່ປະເທສຂອງລາວ. ເຖິງວ່າ ສັນຍາມິຕພາພ ລາວວຽຕ ເປັນບ້ານພີ່ເມືອງນ້ອງກັນ ຍັງມີຜົລໃຊ້ໄດ້ຢູ່ກໍຕາມ.
ເມື່ອຂ້າພະເຈົ້າຕາຽ (ສຸພານຸວົງສ໌) ຮ່າງຂອງຂ້ອຽ ກໍຈະຖືກເຜົາໃຫ້ເປັນຝຸ່ນຜົງແຕ່ພຶຕິກັມມ໌
ທີ່ພວກເຂົາ (ຄົນວຽຕນາມ) ກະທຳຕໍ່ປະເທສຊາຕຂອງ ຂພຈ. (ສຸພານຸວົງສ໌) ນັ້ນຈະບໍ່ມີ ວັນສູນໄປ ເໝືອນຮ່າງກາຽກັບລົມຫາຽໃຈຂອງ ຂພຈ. ຈັກເທື່ອ. ໃນເມື່ອກ່ອນ ຂພຈ. (ສຸພານຸວົງສ໌) ບໍ່ສາມາຖເວົ້າອອກມາ, ມີແຕ່ປະປ່ອຽມັນໄວ້ຢູ່ເບື້ອງຫລັງເທົ່ານັ້ນ.
ກ່ອນທີ່ ຂພຈ. ຈະສິ້ນລົມຫາຽໃຈໄປຂໍຝາກຄຳຮຽກຮ້ອງນີ້ໄວ້ໃຫ້ກັບພີ່ນ້ອງຮ່ວມສາຽເລືອດ
ທີ່ຮັກແພງທັງຫລາຽ ຈົ່ງພາກັນ ເອົາໃຈໃສ່ ສູ້ຊົນ ປະຕິບັຕ. ຂພຈ. (ສຸພານຸວົງສ໌) ໝັ້ນໃຈວ່າ
ປະເທສລາວຂອງພວກເຮົາ ຈະຕ້ອງຢູ່ຢ່າງໝັ້ນຄົງ ເປັນລາວຕລອດໄປ.
- ຈາກຄຳປະຕິເສທ ທີ່ມຸທະລຸຫິນະ ຂອງສຸພານຸວົງສ໌ ທີ່ຕົວະຫລອກເພື່ອນຮ່ວມປະເທສວ່າ
"ບໍ່ມີກອງມຫາຣວຽຕນາມເໝືອ ໃນແຜ່ນດິນລາວ" ຕັ້ງແຕ່ເຣີ່ມຕົ້ນ ກາຣຕໍ່ຕ້ານກັບກອງທັພ ລ່າເມືອງຂຶ້ນຝຣັ່ງເສສ ຢ່າງຈິງຈັງ ໃນຣະຫວ່າງເດືອນຕຸລາ ໑໙໔໕ ຮວມກັບຄນະ "ລປລ" (ລາວເປັນລາວ" ຂອງ ອຸ່ນ ຊນະນິກອຣ + ພູມີ ໜໍ່ສວັຣຄ໌ ທີ່ສວັຣຄ໌ນະເຂຕ ແລະ ທີ່ສນາມ ເລືອດທີ່ແຂກ ໃນຣະຫ່ວາງ ຕົ້ນເດືອນມິນາ ໑໙໔໖, ໂດຽຕອນນັ້ນ ສຸພານຸວົງສ໌ ກຳລັງໜຸ່ມ ແໜ້ນສນິດ "ຫລຳເຕັມຄໍ" ຄືຜູ່ກ່ຽວມີອາຍຸຄົບ ໓໖ ປີພໍດີ. ຈົນມາເຖິງປີ ຄສ. ໑໙໙໕ ໃນຂນະທີ່ ສຸພານຸວົງສ໌ລົ້ມປ່ວຽໜັກແລ້ວ ຈຶ່ງຍອມໃຫ້ສັມພາສນ໌ ສາຣະພາພ ກັບຄົນ ອາເມຣິກັນ
ເພື່ອຖ່າຽທອດໃຫ້ໄປສູ່ສາຽຕາຂອງຄົນລາວ "ອົພຍົບ" ໃນທົ່ວໂລກ ທີ່ສຸພານຸວົງສ໌ ຣຳພັນທ໌ເຖິງ. ໃນກາຣໃຫ້ສັມພາສນ໌, ແທນທີ່ຈະບອກກັບຄົນລາວດຽວກັນ. ຫລັງຈາກນັ້ນ ບໍ່ເທົ່າໃດວັນ ສຸພານຸວົງສ໌ ກໍສິ້ນລົມຫາຽໃຈ (ວັນທີ ໐໙ ມົກຣາ ໑໙໙໕) ທີ່ນະຄອຣ ວຽງຈັນທນ໌. ຮວມອາຍຸໄດ້ ໘໖ ປີ + ໕ ເດືອນ + ໒໖ ວັນ.
- ຫາກຈະນັບນິ້ວມື ໄລ່ຄືນຫລັງ ໄປຍັງເດືອນຕຸລາ ໑໙໔໕ ຄືເດືອນທີ່ ສຸພານຸວົງສ໌ ເດີນທາງຈາກເມືອງ HUE ຜ່ານເຂົ້າຕາມສາຽທາງເລຂທີ ໙ ມາສວັຣຄ໌ນະເຂຕ ກໍຈະພົບວ່າ
ສຸພານຸວົງສ໌ ປົກປິດ + ຫລອກລວງເພື່ອນຮ່ວມສາຽເລືອດລາວນຳກັນວ່າ "ບໍ່ເຄີຽມີທຫາຣ ວຽຕນາມເໜືອ ໃນແຜ່ນດິນລາວເຮົາ" ນານເຖິງ ໔໙ ປີເລີຽທີ່ດຽວ
ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ |