RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ ໘
AuthorText
samneua

Avatar

Posts: 10
Gender: _MALE_
Online: No
Date: 28/03/2008 13:04
ປວັຕິສາຕຣ໌ລາວມື້ລະນ້ອຍ ໘
#post15
ກາຣເມືອງນັ້ນ ແມ່ນຍຸທສາສຕຣ໌ສນິດໜຶ່ງ ແຕ່ກາຣເມືອງ ກໍລ້ວນເປັນເຣື່ອງ ທີ່ກ່ຽວກັບ ປວັຕສາສຕຣ໌ ທີ່ຜູ້ຮ່ວມຂບວນກາຣທັງຫລາຽ ບໍ່ຄວນລະອາຽ ໃນກາຣຂຽນ ເລົ່າ ສາກກາຣແສດງຂອງພວກຕົນ. ນາຽ ບີລລ໌ ສູລລີແວນ ໄດ້ບອກເລົ່າເຖິງກາຣໄປ ຢຽບແດນມັຈຸຣາຊຂອງຕົນ ໃນຄັງໄຂເທື່ອນັ້ນ ໃຫ້ນາຽ Roger Warner ຜູ້ຂຽນປຶ້ມ
ເຣື່ອງ The CIA’s secret war in Lao ຟັງໃນພາຽຫລັງວ່າ ສຸພານຸວົງສ໌ ແຜດສຽງດັງໆ ຕອບຮ້າຽຂ້ອຽ ເມື່ອຂ້ອຽຖາມເຖິງຈຳນວນທຫາຣ ວຽຕນາມເໜືອໃນລາວ ແຕ່ຂ້ອຽ ບໍ່ຢ້ານຄົນປາກ “ດັງ” ຂ້ອຽຈຶ່ງຖາມອີກ… ສຸພານຸວົງສ໌ກໍຕອບພາສາອັງກລິສ ມາຮ້າຽ ຂ້ອຽອີກ ໂດຽບອກຢ້ຳວ່າ “ບໍ່ເຄີຽມີທຫາຣວຽຕນາມເໜືອໃນປະເທສລາວ”.

ເມື່ອເປັນ ດັ່ງນີ້ ສຸວັນນາພູມາ ກໍລຸກຢືນ ແລ້ວໜີອອກຈາກຫ້ອງຮັບແຂກ ນັ້ນໄປ ທັນທີ. ແຕ່ໝໍທຫາຣນ້ອຽ ທີ່ຖືປືນ “ເອເຄ” ຢືນຍາມ ຮັກສາສຸພານຸວົງສ໌ ຢູ່ໄກ້ໆ ປະມາຣ ໓-໔ ແມຕຣ໌ນັ້ນ ຄົງເຂົ້າໃຈຜິດວ່າຂ້ອຽຮ້າຽກັບສຸພານຸວົງສ໌ ມັນຈຶ່ງປົດໄລຫ້າມ ລູກເລື່ອນປືນ ຂອງມັນ ຈົນໄດ້ຍິນສຽງດັງ “ແຄ໋ຣກ” ພໍຂ້ອຽສາຽຫາງຕາໄປເບິ່ງ ກໍ ເຫັນມັນກຳລັງຍົກປືນແນ ເລັ່ງມາໃສ່ຫົວຂອງຂ້ອຽພໍດີ.

ຂ້ອຽດ່າມັນໃນໃຈທັນທີວ່າ “ ບັກລູກບໍ່ມີພໍ່” ແລະ ຂ້ອຽກໍແກ້ງບໍ່ສົນໃຈ ທັ້ງໆທີ່ຫາກມັນລັ່ນໂປ້ງອອກມາ ແຫ໋ະ… ແຕ່ພໍດີ ສຸພານຸວົງສ໌ ຍົກມື ບອກໃຫ້ມັນປົດປືນບອກນັ້ນຂອງມັນລົງ”.

ສຸພານຸວົງສ໌ ແລະ ພັຄພວກ ບໍ່ເຄີຽສາຣະພາພຈັກເທື່ອວ່າ ຕົນເອງ ໄດ້ນຳເອົາກຳລັງ ທຫານວຽຕນາມ ເຂົ້າມາຮ່ວມຣົບກັບກຳລັງຣັຖບາລ ໃນແຜ່ນດິນລາວ.

ແຕ່ພາຽຫລັງຕໍ່ມາ ສຸພານຸວົງສ໌ ຄົງສຳນຶກໃນຄຸນໂທສ + ໃນກາຣກະທຳຂອງຕົນເອງ ຕໍ່ປະເທສຊາຕ ຫລື ອາຈເຫຕຸຜົລອື່ນໆອີກ ຈຶ່ງຍອມໃຫ້ສຳພາສນ໌ ເປີດໃຈ ເປີດຄວາມ ຮູ້ສຶກ ທີ່ແທ້ຂອງຕົນ ອອກໃສ່ເທັປບັຣທຶກສຽງຂອງນາຽ Christopher Kremmer
ໂດຽຜູ້ກ່ຽວນຳເອົາຂໍ້ຄວາມ ທັງໝົດຂອງສຸພານຸວົງສ໌ ໄປຂຽນລົງໃນປຶ້ມຂອງຕົນ ທີ່ອອກຈຳນ່າຽ ໃນອາເມຣິກາ ເມື່ອປີ ໑໙໙໗ ພາຽໃຕ້ຫົວຂໍ້ “the Stalking the Elephant King” ຈຶ່ງຂໍຖອດແປເປັນພາສາລາວ ໃນບາງຕອນ ທີ່ເຫັນວ່າສຳຫ໌ຄັນ ມາໃຫ້ອ່ານດັ່ງນີ້.

“ເພາະ ຂພຈ. ເທີດທູນຄວາມສວຍງາມຂອງແມ່ຍິງ (ຄົງໝາຽເຖິງນາງ ຫງຽນ ທີ ກີ ນາມ
ຫລື ມ່ອມ ວຽງຄຳ ທີ່ເປັນເມັຽຂອງສຸພານຸວົງສ໌ເອງ) ຂພຈ. ຈຶ່ງກາຽເປັນຄົນຫູໜວກ ຕາບອດ. ດຽວນີ້ຈຶ່ງຮູ້ວ່າ ຄວາມຜິດພາດ ທີ່ໜັກໜ່ວງ ເພາະໃນເມື່ອກ່ອນ ບໍ່ເຄີຽຄິດວ່າ ພວກວຽຕມິນຫ໌ ຈະມີພຶຕິກັມມ໌ ຢ່າງຮ້າຽແຮງ ຕໍ່ປະເທສຊາຕ ແລະ ຕໍ່ປວງຊົນລາວຂອງ ຂພຈ. ເຖິງຂນາດນີ້/.

ຕໍ່ ຕອນທີ່ ໙ ໃນອາທິດໜ້າ

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
Gallery
Language
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
Copyrights, AmeriLao 2005 ~ 2008