RSSReply
ປວັຕິສາຕຣ໌ລາວມື້ລະນ້ອຍ 10
AuthorText
samneua

Avatar

Posts: 10
Gender: _MALE_
Online: No
Date: 28/03/2008 13:13
ປວັຕິສາຕຣ໌ລາວມື້ລະນ້ອຍ 10
#post14
ຂພຈ. ຕັ້ງຫົວເຣື່ອງເອົາໄວ້ແບບ "ພິລຶກ" ອວດຄົນອ່ານວ່າ "ປວັຕິສາສຕຣ໌" ລາວ ແຕ່ກໍຂໍບອກ
ກ່າວລ່ວງໜ້າ ເສັຽກ່ອນວ່າຈະບໍ່ມີກາຣກ່າວຂຽນເຖິງ ຂຸນບູຣົມນ໌ + ສູຣິຍະວົງສາ + ຫລື ອານຸວົງສ໌
ແລະ ອົງຄ໌ອື່ນໆອີກ "ເພາະປວັຕິສາສຕຣ໌ ຣະອຽດໃນອດີຕກາລນານ ພັນໆປີນັ້ນ ທ່ານອາຈາຣຍ໌
ຜູ່ສັນທັສນ໌ ໄດ້ເອົາໄວ້ໃນຫລາຽຕຳຣາ ໃຫ້ຄົນລາວຜູ່ສົນໃຈ ຫາອ່ານມັນໄດ້" ແຕ່ຂພຈ. ອາຈ
ກ່າວອ້າງມາເປັນຄັ້ງຄາວ ໃນວາຣະທີ່ຄວຣກ່າວເທົ່ານັ້ນ. ຂພຈ. ຈະຂຽນຕາມໃຈຕົວເອງ.

ເຖິງມັນສັບໜ້າກັບມາ + ກັບໄປກໍຕາມແຕ່ກໍຮັບປະກັນວ່າ "ເປັນປວັຕິສາສຕຣ໌" ຈິງທີ່ອີງເອົາ
ຕາມເອກສາຣ ທັງພາສາລາວ + ແລະ ພາສາຕ່າງປະເທສ.ຂພຈ. ໄດ້ສັງເກດວ່າ ນັກຂຽນຄົນ
ຕ່າງປະເທສຈຳນວນໜຶ່ງ ທີ່ເຄີຽເຂົ້າມາເປັນ "ສາຽລັບ" ໃນປະເທສລາວສມັຍນັ້ນຂຽນໄດ້ດີ ທັງ
ດ້ານເນື້ອຫາ ແລະ ເວລາຂອງເຫຕຸກາຣ ທີ່ໃກ້ຄຽງ ແນ່ນອນດີ.

ເຈົ້າເພັຊຣາຊ ຣັຕນະວົງສາ ໜີອອກຈາກປະເທສໄທຽ ຕັ້ງໃຈກັບຄືນເຂົ້າມາຍັງປະເທສລາວ ເພື່ອ ຮ່ວມສ້າງສາປະເທສລາວໃນທ້ອງເດືອນເມສາ ໑໙໕໗. ໃນທ້ອງເດືອນດຽວກັນນັ້ນ ເຈົ້າແຜ່ນດິນ
ສີສວ່າງວົງສ໌ ໄດ້ມອບຖານັນດອຣສັກດ໌ ເປັນເຈົ້າມຫາອຸປຣາຊ (ຕຳແໜ່ງຮອງເຈົ້າແຜ່ນດິນ)
ຄືນໃຫ້ອີກ. ຕໍ່ຈາກນັ້ນກໍເດີນທາງ ໄປຍັງສນາມບິນເມືອງຊຳເໜືອ ເພື່ອຢ້ຽມຢາມແຂວງຫົວພັນທ໌
ຕາມຄຳເຊີນຂອງສຸພານຸວົງສ໌....

- ໃນກາຣຕ້ອນຮັບແບບປະເພນີຍ໌ ເຈົ້າເພັຊຣາຊ ມີໂອກາສບອກສຸພານຸວົງສ໌ວ່າ "ຢ່າຫລົງເລ່ຫ໌ກົລ
ພວກແກວຫລາຽເດີ ເພາະ ໃນປວັຕິສາສຕຣ໌ຂອງລາວແກວບໍ່ເຄີຽຮັກລາວຢ່າງຈິງຈັງຈັກເທື່ອ"
ແຕ່ສຸພານຸວົງສ໌ ຜູ້ເປັນນ້ອງຕ່າງມານດາ ໄດ້ແຕ່ຍິ້ມໆລະອາຽໆ ຢູ່ໃນໃຈເພາະສຸພານຸວົງສ໌ ໄດ້ຖລຳ
ເລິກເຂົ້າໄປ ໃນກາຣຈັດຕັ້ງຫລອກລວງຂອງພວກວຽຕມິນຫ໌ຕາມທີ່ສຸພານຸວົງສ໌ເອງ "ສາຣະພາພ"
ໃຫ້ແກ່ນາຽ ເຄຣມເມີຣ໌ ກ່ອນຕາຽເມື່ອຕົ້ນປີ ໑໙໙໕ ແລ້ວ...

- ເຈົ້າເພັຊຣາຊຕອມໃຈຕາຽ ເພາະເຫັນຄົນລາວ ຍັງເມົາມັນກັບກາຣເຂັ່ນຂ້າກັນເອງໃນວັນທີ ໑໕
ຕຸລາ ໑໙໕໙ ທີ່ວັງຊຽງແກ້ວ ໃນຫລວງພຣະບາງ (ເສັ້ນເລືອດແຕກໃນສມອງ) ໂດຽຮວມອາຍຸໄດ້
໖໙ ປີ + ໗ ເດືອນ....

- ເຖິງເຈົ້າເພັຊຣາຊ ຍັງບໍ່ທັນມີໂອກາສ ປະກອບສ່ວນໃນກາຣກໍ່ສ້າງຄວາມປອງດອງໃຫ້ຊາຕລາວ
ພາຽຫລັງທີ່ຄືນມາລາວແລ້ວກໍຈິງ... ແຕ່ເຈົ້າເພັຊຣາຊ ກໍຖືກຂນານນາມ ໃຫ້ເປັນວິຣະບຸຣຸຈເຫລັກ ຂອງລາວເພາະເພິ່ນບໍ່ຍອມເປັນກະສັຕຍ໌ ທໍຣະພີ ເໝືອນນ້ອງຕ່າງມານດາຂອງເພິ່ນ.
ນອກຈາກຜູ້ກໍ່ຕັ້ງ "ຂບວນກາຣນ໌ ລາວອິສຣະ" ເມື່ອ ວທ. ໑໒ ຕຸລາ ໑໙໔໕ ເພື່ອຕໍ່ຕ້ານກາຣ
ຍຶດຄອງ ຂອງຝຣັ່ງເສສແລ້ວ. ເພິ່ນກໍສົມເປັນວິຣະບຸຣຸຈເຫລັກ ຄົນສຳຫ໌ຄັນຂອງລາວຕື່ມອີກ
ກໍເພາະ ຍ້ອນຄຳເວົ້າສັ້ນໆ ຂອງເພິ່ນ ທີ່ບອກສຸພານຸວົງສ໌ວ່າ "ຢ່າຟັງຄວາມພວກແກວຫລາຽເດີ
ເພາະຄົນແກວບໍ່ເຄີຽຈິງຈັງຈັກເທື່ອ" ກໍເພາະສຸພານຸວງົສ໌ ຄຶດເຖິງຄຳເຕືອນຂອງເຈົ້າອ້າຽ ຕ່າງອີ່ແມ່
ຂອງຕົນນີ້ກໍໄດ້ ຈຶ່ງພາໃຫ້ ສຸພານຸວົງສ໌ ກ້າຕາຽ ຕັດສິນໃຈ ລັກໃຫ້ສຳພາສນ໌ ແກ່ນັກຂ່າວຄົນ
ອາເມຣິກັນ ໃນຕົ້ນປີ ໑໙໙໕.

ທັ້ງໆ ທີ່ສຸພານຸວົງສ໌ ກໍຮູ້ດີວ່າ ກາຣເປີດເຜີຽ ປະນາມກາຣກະທຳຂອງວຽຕນາມນັ້ນ ເປັນເຣື່ອງທີ່
ຕົນເອງ ຈະບໍ່ "ໄດ້ຮັບອະພັຍ" ໂດຽເດັດຂາດ.

ກາຣ "ຂີ້ດື້" ຈັບຕຳຣານັ້ນ + ບາຽໜັງສືນີ້ມາອ່ານ ເປັນຄັ້ງເປັນຄາວນັ້ນ ບາງທີມັນອາຈພົບສິ່ງ
ແປກໆ ທີ່ເຮົາເອງບໍ່ເຄີຽຄິດວ່າ ຈະໄດ້ພົບກໍມີ. ຄົນທີ່ຮັກໜັງສືແມ່ນຄົນສລາດ, ເຖິງມີພື້ນຖານ
ຄວາມຮູ້ນ້ອຽ, ແຕ່ກໍຄ່ອງແຄ່ວດີ ໃນຍາມສແດງວາທະສິລປ໌.

- ຢູ່ໃນປຶ້ມບົທບັຣທຶກຂອງນາງຍອດແກ້ວມະນີ ສຸພານຸວົງສ໌ ທີ່ຂຽນເລົ່າເຖິງກາຣຕໍ່ສູ້ກູ້ຊາຕຂອງ
ສຸພານຸວົງສ໌. ທີ່ອ່ານພົບຢູ່ໃນປຶ້ມ ກ່ຽວກັບກາຣຮ່ວມມິຕຕິງ "ສັມມະນາວິທຍາສາສຕຣ໌ ເມື່ອປີ
ຄສ. ໒໐໐໔ ທີ່ພິມຈຳໜ່າຽໃນນະຄອຣວຽງຈັນນັ້ນ ມີຫລາຽໜ້າ. ແຕ່ທີ່ສດຸດຕາໃນເວລາອ່ານ
ກໍຄື ນາງ "ຍອດແກ້ວມະນີ ສຸພານຸວົງສ໌ ລູກສາວຄົນທີ ໕ ຂອງສຸພານຸວົງສ໌ ເອງບໍ່ເຄີຽຂຽນວ່າ
ເຈົ້າ + ຫລືສເດັຈສຸພານຸວົງສ໌ ແມ່ນແຕ່ຄຳດຽວ.

ແຕ່ນາງຍອດແກ້ວມະນີ ຈະຂຽນວ່າ ພໍ່ + ທ່ານ ສຸພານຸວົງສ໌ ແທນຕລອດບົທຂຽນທີ່ຍືດຍາວ
ຂອງນາງ

ຈາກໃຈຈິງຂອງຜູ່ຂຽນ
ໂທມະນາ
Delete Edit Quote
 
Reply
Gallery
Language
AmeriLao P O BOX 1858 MARTINSBURG, WV 25402 USA TEL: +1 (304) 579-8385; MOBILE: +1 (304) 820-4070
Copyrights, AmeriLao 2005 ~ 2008