ຂໍແນະນຳປື້ມວັຈນານຸກົມພາສາລາວ

ລາວແປລາວ

ຂໍແນະນຳປື້ມວັຈນານຸກົມພາສາລາວ ທີ່ໄດ້ຜ່ານຈາກການຄົ້ນຄວ້າຮີບໂຮມ ແລະ ຈັດພິມໂດຍ ທ່ານມະນີວົງ ເພັຽແກ້ວ. ຈຸດປະສົງທີ່ເພິ່ນໄດ້ເຮັດປື້ມນີ້ຂຶ້ນມາ ກໍເພື່ອຕອບສນອງ ຕາມຄໍາຮຽກຮ້ອງຕ້ອງການ ຂອງບັນດາທ່ານທີ່ ຍັງມີຄວາມເປັນລາວແລະຮັກພາສາ ຂອງຊາດລາວຢູ່.

ປຶ້ມວັຈນານຸກົມພາສາລາວເຫລັ້ມນີ້ໄດ້ຖືກຂຽນຂຶ້ນມາໃໝ່ໂດຍອາສັຍ ຫລັກການແລະຂໍ້ມູນຕ່າງໆ ຈາກປຶ້ມຫລາຍຫົວ ເພື່ອເປັຫລັກໃນການຂຽນ ໃຫ້ຖືກຕ້ອງຕາມຫລັກໄວຍະກອນ ຂອງຄນະກັມະການວັນນະຄະດີລາວທີ່ໄດ້ຄົ້ນຄວ້າ ໄວ້ແລ້ວເປັຢ່າງດີ.

ຖ້າທ່ານສົນໃຈຢາກຈອງປື້ມຫົວນີ້ ລາຍລະອຽດມີດັ່ງຕໍ່ລົງໄປນີ້:
ພາຍໃນສຫະຣັຖອະເມຣິກາ ຣາຄາ$45 (ຮວມທັງຄ່າປຶ້ມແລະຄ່າສົ່ງ)
ນອກສຫະຣັຖອະເມຣິກາ ຣາຄາ: $40 (ຄ່າປື້ມ) + ຄ່າສົ່ງຈະຄິດໄລ່ຣາຄາສາກົນອີງຕາມປະເທດຂອງຜູ້ທີ່ຈອງຊື້ປຶ້ມຫົວນີ້.

ຂໍເຊີນທ່ານຕິດຕໍ່ໂດຍຕຣົງມາໄດ້ທີ່:
ມະນີວົງ ເພັຽແກ້ວ
5966 Fennell Avenue
San Diego, CA 92114 USA.
+1 (619) 527-0450 (ໂທຣະສັບຢູ່ບ້ານ)
+1 (619) 263-6524 (ມືຖື)
ກະຣຸນາບອກເພີ່ນດ້ວຍວ່າ: ໄດ້ເຫັນປະກາສຂ່າວນີ້ທີ່ອາເມຣິລາວ

ຕົວຢ່າງກະຣຸນາກົດທີ່ຮູບຂ້າງລຸ່ມນີ້:

                 



ນອກຈາກນັ້ນ ທ່ານມະນີວົງກໍຍັງໄດ້ຮວບຮວມ ຂຽນປື້ມຕື່ມອີກ ສາມຫົວເຊັ່ນ:
1. ມຸງຄຸນຊີວິດ ໓໘ ປະການ
2. ໄວຍະກອນລາວ ພາກທີ່ນຶ່ງ: ອັກຂຣະວິທີ
3. ຍອດວັນນະຄະດີລາວ ເຣື່ອງ ສັງສິນຊັຍ
 

ຣາຍລະອຽດເພີ່ມເຕີມຈະປະກາສລົງໃນທີ່ຕາມພາຍຫລັງ

ຂໍຂອບໃຈນຳທຸກໆທ່ານ

ຜູ່ຈັດການອາເມຣິລາວ ແລະ ທ່ານກາສາລາວເປັນຜູ່ປະກາສ