Logo
Spacer Home > Blog > AmeriLao Blog > ການເມືອງ ໑໘ ຂໍ້ ຂອງລາວ Spacer
MAIN MENU
AmeriLao Special
Google Adsense
LGD and Alliance
Video Tells



Konu Blog
ການເມືອງ ໑໘ ຂໍ້ ຂອງລາວ
Date 10/10/2009 16:07  Author admin  Hits 428  Language Global
ຄໍານໍາ

ເອກສານ ອັນນ້ອຍໆນີ້ ເປັນ ເອກສານ ອັນສໍາຄັນທີ່ສຸດ ຊຶ່ງຄົນລາວ ປື້ມໃຈ ໃນ ການທ້ອນໂຮມ ລາວ ຍ້ອນບໍ່ຢາກໃຫ້ຄົນລາວ ທໍາສົງຄາມກັນອີກຕໍ່ໄປ ແລະເພື່ອບໍ່ ຢາກໃຫ້ຝ່າຍແນວລາວຮັກຊາດ ຕົກໄປເປັນຫົວເມືອງຂື້ນຂອງວຽດນາມເຫນືອ. ກົງກັນ ຂ້າມ ຫນັງສືອັນນີ້ໄດ້ກາຍມາເປັນຄາຕກອນໄປໃນຕົວເລີຍ ຍ້ອນວ່າ ລາວຫັກຫລັງລາວ ເພື່ອຍອມເອົາແກວ ມາຢຶດເອົາປະເທດ ຂອງຕົນ. ພວກຫນຸ່ມນ້ອຍ ທີ່ຫາກໍ່ ກັບຈາກປະເທດຝຣັ່ງ, ການາດາ ແລະ ພວກສມຸນ ຊັ້ນຈໍາຂອງ ເຈົ້າສຸວັນນະພູມມາ ຮູ້ເຣຶ່ອງນີ້ດີ. ຄົນລາວເກືອບທຸກຄົນ ຖືກແກວໃຊ້ເປັນແຕ່ໄກ່ຕໍ່ເທົ່ານັ້ນ.

ອັນແປກປລາດທີ່ສຸດຄື ເມື່ອເຮົາອ່ານເອກສານອັນນີ້ ເຮົາຈະເຫັນໄດ້ວ່າ  ເນຶ້ອໃນ ໃຈຄວາມຂອງມັນ ກ້ຽວໄປໂງມາຢູ່ບ່ອນເກົ່າຕລອດ ຊື່ງທາງບັນທິການເຮົາຂໍໃຫ້ ທ່ານຜູ່ອ່ານ ເປັນຜູ່ເຈັຽຣະໄນເອົາເອງ.

ເອກສານເຫລັ້ມນີ້ ໄດ້ມາຈາກ ທ່ານນາຍທະຫານຊັ້ນພັນເອກຜູ່ນຶ່ງ ຊຶ່ງເພີ່ນດ້ ເກັບກໍາເອົາມ້ຽນ ໃນຕອນທີ່ເພີ່ນຍັງຮຽນເສນາທິການຢູ່ ວຽງຈັນທນ໌ ເມື່ອປີ ໑໙໗໕. ພວກເຮົາ ບໍ່ໄດ້ດັດແປງການສະກົດ ຫລື ດັດແປງຄໍາສັບໃດໆ ໃນຫນັງສຶເຫລັ້ມນີ້ ແມ້ແຕ່ການຍະວ່າງ ກໍໄດ້ຖືເອົາເດີມເຄົ້າ ນອກຈາກຮູບຂອງຕົວຫນັງສືເຫລັ້ມເທົ່ານັ້ນ ໃນການລອກກ່າຍ ເອກສານອັນນີ້ ເພື່ອຢາກໃຫ້ທ່ານໄດ້ສັງເກດເຫັນ ຈຸດອອ່ນ, ຈຸດເດັນ ຖ້າວ່າມີ ແລະຄວາມສາມາດ ຂອງຄົນຈໍາພວກທີ່ມີການ ກ່ຽວຂ້ອງກັບເອກກະສານອັນນີ້.
ເມຶ່ອວັນທີ ໖-0໖-໒00໖ ເດຶອນ ມິຖຸນາ ພ.ສ. ໒໕໔໙ ແຫ່ງເມືອງ ປາຣີສ໌.

ກອງບັນນາທິການ

ໂຄງການ

ສ້າງສັນຕິພາບ, ເອກຣາດ,
ຄວາມເປັນກາງ, ປະຊາທິປະໄຕ,
ເອກພາບ ແລະ ຄວາມວັທນາຖາວອນ
ຂອງ
ພຣະຣາຊອານາຈັກລາວ
ຈັດພິມໂດຍ
ກະຊວງຖເເລງຂ່າວ, ໂຄສະນາການ, ແລະທ່ອງທ່ຽວ
໒໐ ກຸມພາ ໑໙໗໕
ໂຄງການສ້າງສັນຕິພາບ,
ເອກຣາດ, ຄວາມເປັນກາງ, ປະຊາທິປະໄຕ,
ເອກພາບ ແລະ ຄວາມວັທນາຖາວອນຂອງ
ພຣະຣາຊອານາຈັກລາວ.

-ໂດຍອີງໃສ່ຈິດໃຈຂອງສັນຍາວຽງຈັນ ລົງວັນທີ໒໑ ກຸມພາ ໑໙໗໓, ກ່ຽວກັບການ ຟື້ນຟູສັນຕິພາບ ແລະ ການປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ໃນລາວ ແລະ ຂອງອານຸສັນຍາ ຂອງສັນຍາດັ່ງກ່າວ, ໂອຍອີງໃສ່ຈິດໃຈຂອງສັນຍາເຊີແນວ ປີ ໑໙໖໒ ກ່ຽວກັບລາວ.

-ໂດຍອີງໃສ່ສະພາບການຄວາມເປັນຈິງຂອງສັງຄົມລາວປັດຈຸບັນນີ້ ຕາມລາຍງານການ ເມືອງຂອງສະເດັດປະທານ ເຈົ້າສຸພານຸວົງ ທີ່ໄດ້ສເນີຕໍ່ກອງປະຊຸມຄນະມົນຕຣີຄົບ ຄນະສມັຍສາມັນທີ່ນຶ່ງ, ວາຣະທີສາມ,

-ເພື່ອສ້າງພຣະຣາຊອານາຈັກລາວ ໃຫ້ມີສັນຕິພາບ, ເອກຣາດ, ຄວາມເປັນກາງ, ປະຊາທິປະໄຕ, ເອກພາບ ແລະຄວາມວັທນາຖາວອນ, ເຊິ່ງສອດຄ່ອງກັບສິດປໂຍດ ສູງສຸດ ຂອງປະເທດຊາດ ແລະ ຕອບສນອງຄວາມມຸ້ງມາດປາຖນາອັນແຮງກ້າຂອງ ປະຊາຊົນ ບັນດາຊົນຊາດຊົນເຜົ່າ ແລະ ພຣະຣາຊປະສົງອັນສູງສົ່ງຂອງພຣະບາດສົມ ເດັດພຣະເຈົ້າມະຫາຊີວິດ,
ຄນະມົນຕຣີປະສົມການເມືອງແຫ່ງຊາດ ໃນກອງປະຊຸມສາມັນສຸດທີນຶ່ງ, ວາຣະທີສາມ ເມື່ອວັນທີ ໑໐ ພຶສພາ ໑໙໗໔ ແລະວາຣະທີສີ່ ເມື່ອວັນທີ ໒໔ ພຶສພາ ໑໙໗໔ ໄດ້ພິ ຈາຣະນາ ແລະ ຜ່ານເປັນເອກສັນຮັບຮອງເອົາໂຄງການສ້າງສັນຕິພາບ, ເອກຣາດ, ຄວາມເປັນກາງ ປະຊາທິປະໄຕ, ເອກພາບ ແລະ ຄວາມວັທນາຖາວອນຂອງ ພຣະ ຣາຊອານາຈັກລາວ ດັ່ງລຸ່ມນີ້, ເພື່ອຈະໃຫ້ຣັຖບານປະສົມຊົ່ວຄາວແຫ່ງຊາດ ເອົາເປັນ ແນວທາງດໍາເນີນງານຮ່ວມໃຫ້ບັນດາອົງການປົກຄອງຂອງຣັດ, ແລະ ເອົາເປັນ ທິດທາງແຫ່ງຄວາມບາກບັ່ນ ພະຍາຍາມຂອງປະຊາຊົນພົລເມືອງ, ຂອງກອງທະຫານ ແລະ ກອງກໍາລັງປ້ອງກັນຄວາມສງົບໃນທົ່ວປະເທດ.
ໜ້າທີ່ລວມ:

    ໃນສະພາບການຂອງໂລກປັຈຸບັນນີ້, ອິທິກໍາລັງຮຸກຮານ ກະຫາຍສົງຄາມ ພວມຖືກຂະບວນການຕໍ່ສູ້ຂອງປະຊາຊົນໃນທົ່ວໂລກ ເພື່ອສັນຕິພາບ, ເອກຣາດ ແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໂຈມຕີໃຫ້ນັບມື້ລ່າຖອຍໄປ. ການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ພິຣະອາດຫານ ຂອງປະຊາຊົນລາວ ເຮົາຕ້ານ ອິທິກໍາລັງ ລ່າເມືອງຂື້ນຮຸກຮານ ກໍໄດ້ຍາດເອົາໄຊຊນະ ອັນໃຫ່ຽຫລວງ ແລະສງ່າຣາສີ. ສັນຍາວຽງຈັນ ເມື່ອວັນທີ ໒໑ ກຸມພາ ໑໙໗໓ ແລະ ອະນຸສັນຍາເມື່ອວັນທີ ໑໔ ກັນຍາ ໑໙໗໓ ໄດ້ບົ່ງໄວ້ວ່າ : ອາເມຣິກາ, ໄທ ແລະ ປະເທດອື່ນໆ ຕ້ອງເຄົາຣົບນັບຖືບັນ ບັດດາສິດພື້ນຖານແຫ່ງຊາດ ອັນສັກຣະບູຊາ ທີ່ບໍ່ມີຜູ່ໃດຈະລ່ວງລະເມີດໄດ້ ຄື: ເອກ- ຣາດ, ອະທິປະໄຕ ເອກພາບ ແລະ ບູຣະນະພາບ ແຫ່ງດີນແດນ ຂອງຣາຊອານາຈັກ ລາວ; ຕ່າງປະເທດຕ້ອງຢຸດເຊົາທຸກການແຊກແຊງ, ກາຮຸກຮານ ແລະ ການຕິດພັນ ທຸກຢ່າງ ທາງດ້ານການທະຫານຢູ່ໃນລາວ; ບັນດາຝ່າຍລາວທີ່ກ່ຽວຂ້ອງຕ້ອງຮັບປະ ກັນໃຫ້ມີການຢຸດຍິງ ແລະ ຢຸດເຊົາທຸກການກະທໍາທັງດ້ານການທະຫານ ທີ່ເປັນປໍ ຣະປັກຕໍ່ກັນ, ຮັບປະກັນບັນດາສິດເສຣີພາບ ປະຊາທິປະໄຕຂອງປະຊາຊົນຢ່າງຄົບ
ຖ້ວນ, ເຮັດໃຫ້ນະຄອນຫລວງວຽງຈັນ ແລະ ພຣະຣາຊນະຄອນຫລວງພຣະບາງເປັນ ກາງ, ສ້າງຕັ້ງຄນະມົນຕຣີປະສົມການເມືອງແຫ່ງຊາດ ແລະ ຣັຖບານປະສົມຊົ່ວຄາວ ແຫ່ງຊາດຊຸດໃໝ່, ກຽມທຸກເງື່ອນໄຂສະດວກ ເພື່ອດໍາເນີນການເລືອກຕັ້ງທົ່ວໄປ ຕາມຫລັກການເສຣີພາບ ແລະ ປະຊາທິປະໄຕຢ່ງແທ້ຈິງເພື່ອເລືອກຕັ້ງສາພາ ຜູ່ແທນຣາສດອນ ແລະສ້າງຕັ້ງຣັຖບານປະສົມແຫ່ງຊາດສົມບູນ, ປະຕິບັດຄວາມ
ຖືກຕ້ອງປອງດອງຊາດ ແລະ ເອກພາບຂອງຊາດ.

    ມັນເປັນທັມດາຢູ່ແລ້ວວ່າ ເພື່ອໃຫ້ສັນຍາ ແລະ ອານຸສັນຍາດັ່ງກ່າວ ໄດ້ຮັບການ ປະຕິບັດຢ່າງເດັດຂາດ ເຖິງຖອງ ແລະ ເພື່ອສ້າງພຣະຣາຊອານາຈັກລາວ ໃຫ້ມີສັນຕິ ພາບ, ເອກຣາດ, ຄວາມເປັນກາງ, ປະຊາທິປະໄຕ, ເອກະພາບ ແລະ ຄວາມວັທນາຖາ ວອນນັ້ນ, ປະຊາຊົນລາວເຮົາ ຍັງຕ້ອງຜ່ານຜ່າອຸປະສັກ ແລະຄວາມຫຍຸ້ງຍາກລໍາ ບາກຕ່າງໆ ນາໆ ເຊິ່ງແມ່ນ ອິດທິກໍາລັງລ່າເມືອງຂຶ້ນຂອງຕ່າງປະເທດ ແລະ ພວກປະ ຕິການລູກມືຂອງຈັກພັດຢູ່ພາຍໃນປະເທດໄດ້ກໍ່ຂຶ້ນຢູ່ໃນດີນແດນລາວເຮົາ.

    ເພາະສະນັ້ນຫນ້າທີ່ອັນຍິ່ງໃຫຍ່ແລະຮີບດ່ວນຂອງປະຊາຊົນລາວເຮົາທຸກຊົນຊາດ ຊົນເຜົ່າ, ຂອງສາມາຊີກແຫ່ງອົງການປົກຄອງຣັດ, ຂອງບັນດາກໍາລັງການເມືອງ, ຂອງບັນດາຜູ່ຊົງຄຸນວຸດທິ, ນັກຮຽນຮູ້, ປັນຍາຊົນ, ພຣະສົງອົງເຈົ້າ, ຂ້າຣາຊການ, ທະ ຫານ, ຕໍາຣວດທີ່ຮັກຊາດ, ຮັກສັນຕິພາບ, ຮັກເອກຣາດ, ຮັກຄວາມເປັນກາງ ແລະ ຮັກປະຊາທິປະໄຕນັ້ນແມ່ນ:

ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ເພີ່ມທະວີຄວາມສາມັກຄີ ແລະ ມິຕພາບ ກັບທຸກປະຊາຊາດໃນໂລກ, ກ່ອນອື່ນແມ່ນກັບບັນດາປະເທດໃກ້ຄຽງ, ອອກແຮງສູ້ ຊົນເຮັດໃຫ້ສັນຍາ ແລະ ອະນຸສັນຍາວຽງຈັນປີ ໑໙໗໓ ໄດ້ຮັບການເຄົາຣົບນັບຖືແລະ ປະຕິບັດຢ່າງຄົບຖ້ວນ, ຕໍ່ສູ້ຢ່າງທົນທານໜ້ຽວແໜ້ນຕ້ານລັດທິລ່າເມືອງຂື້ນແບບ ໃໝ່ຂອງອາເມຣິກາ ແລະ ພວກຂັດຂວາງມ້າງເພສັນຕິພາບ ແລະ ຄວາມຖືກຕ້ອງ ປອງດອງຊາດຢູ່ພາຍໃນປະເທດ, ເພື່ອປັບປຸງ ແລະປົກປັກຮັກສາສັນຕິພາບ ໃຫ້ ໝັ້ນຄົງເຫິງນານ, ສໍາເຣັດ ແລະ ປັບປຸງເອກຣາດຂອງຊາດ, ປະຕິດບັດບັນດາ ສິດເສ ຣີພາບ ປະຊາທິປະໄຕຂອງປະຊາຊົນ, ປະຕິບັດການໄກ່ເກັ່ຽກັນ ຈົນກ້າວໄປເຖິງຄວາມ ຖືກຕ້ອງປອງດອງຊາດ ແລະ ເອກພາບຂອງຊາດ; ພ້ອມກັນນັ້ນ ກໍອອກແຮງກໍ່ສ້າງ ແລະພັທນາເສຖກິດ ແລະ ວັທນະທັມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂື້ນ, ສ້າງພຣະຣາຊອານາຈັກລາວ ໃຫ້ມີສັນຕິພາບ, ເອກຣາດ, ຄວາມເປັນກາງ, ປະຊາທິປະໄຕ, ເອກພາບ ແລະ ຄວາມວັທນາຖາວອນ, ແລະ ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ສັນຕິພາບ, ຢູ່ໃນພາກພື້ນອີນດູຈີນ, ອາຊີອາຄະເນ ແລະ ໃນທົ່ວໂລກ.

    ສັນຕິພາບ, ເອກຣາດ, ເປັນກາງ, ປະຊາທິປະໄຕ, ເອກພາບ ແລະວັທນາຖາວອນ ນີ້ແມ່ນອົງປະກອບອັນຄົບຖ້ວນອັນນຶ່ງອັນດຽວ ທີ່ມີເນື້ອໃນສນິດຕິດພັນກັນຢ່າງ ແໜ້ນແຟ້ນ. ສັນຕິພາບອັນໝັ້ນຄົງຢ່າງແທ້ຈິງ ແລະ ຄວາມຖືກຕ້ອງປອງດອງ ແລະ ເອກພາບ ຂອງຊາດອັນແທ້ຈິງ ບໍ່ອາດຈະມີຂື້ນໄດ້, ຕາບໃດປະເທດຊາດ ຫາກບໍ່ໄດ້ ມີເອກຣາດອັນສົມບູນ ແລະຕາບໃດປະຊາຊາຊົນ ຫາກບໍ່ໄດ້ຊົມໃຊ້ບັນດາສິດເສຣີພາບ ປະຊາທິປະໄຕຢ່າງຄົບຖ້ວນ. ຍ້ອນແນວນັ້ນ, ເອກຣາດ, ແລະ ປະຂາທິປະໄຕ ຈຶ່ງ ເປັນພື້ນຖານໃຫ້ການປົກປັກຣັກສາສັນຕິພາບໃຫ້ໝັ້ນຄົງເຫິງນານ, ໃຫ້ແກ່ ການປະຕິບັດ ຄວາມຖືກຕ້ອງປອງດອງ ແລະ ເອກພາບຂອງຊາດ ແລະ ໃຫ້ແກ່ການ ກໍ່ສ້າງບ້ານເມືອງ ໃຫ້ວັທນາຖາວອນ.

ບັນດານະໂຍບາຍພາຍໃນປະເທດ

໑- ສາມັກຄີປວງຊົນທັງຊາດ, ສາມັກຄີບັນດາຊົນຊາດຊົນເຜົ່າ, ບັນດາສາສນາ ແລະ ທຸກຊັ້ນຄົນທຸກຊົນຊັ້ນ; ຕໍ່ໃຫ້ປະຕິບັດສັນຍາ ແລະ ອະນຸສັນຍາຢ່າງຄົບຖ້ວນ ແລະ ສ້າງພຣະຣາຊອານາຈັກລາວໃຫ້ມີສັນຕິພາບ, ເອກຣາດ, ຄວາມເປັນກາງ, ປະຊາທິປະ ໄຕ, ເອກພາບ ແລະ ຄວາມວັທນາຖາວອນ.

໒- ປະຕິບັດຄວາມສເມີພາບໃນທຸກດ້ານ: ການເມືອງ, ເສຖກິດ, ວັທນະທັມ ແລະ ສັງຄົມຣະຫວ່າງບັນດາຊົນຊາດຊົນເຜົ່າ. ຕົວແທນຂອງບັນດາຊົນຊາດຊົນຊາດຊົນເຜົ່າ ຕ້ອງ ມີຖານະເໝາະສົມໃນບັນດາອົງການປົກຄອງທຸກຊັ້ນ, ຕ້ອງຊ່ວຍເຫລືອບັນດາຊົນ ຊາດສ່ວນໜ້ອຍ ໃນການປົວແປງຊີວິດການເປັນຢູ່ ແລະ ໃນການເຊີດຊູຄວາມຮູ້ຂອງ ເຂົາເຈົ້າໃຫ້ສູງຂຶ້ນໃນທຸກດ້ານ.
໓- ປະຕິບັດບັນດາສິດເສຣີພາບ ປະຊາທິປະໄຕຂອງປະຊາຊົນຢ່າງຄົບຖ້ວນເຊັ່ນ:
ສິດເສຣີພາບສ່ວນບຸກຄົນ, ສິດເສຣີພາບໃນການເຊື່ອຖື, ສິດເສຣີພາບໃນການປາກ  
ເວົ້າ, ສິດເສຣີພາບໃນການຂີດຂຽນ, ສິດເສຣີພາບໃນການໂຮມຊຸມນຸມ, ສິດເສຣີພາບ
ໃນການສ້າງຕັ້ງພັກ ແລະ ອົງການ ການເມືອງ, ສິດເສຣີພາບໃນການອອກສມັກຣັບ
ເລືອກຕັ້ງ ແລະ ປ່ອນບັດເລືອກຕັ້ງ, ສິດເສຣີພາບໃນການໄປມາ ແລະ ໃນການຕັ້ງ
ພູມລໍາເນົາ, ສິດເສຣີພາບໃນການປະກອບວິສາຫະກິດ ແລະ ສິດເສຣີພາບໃນການ
ເປັນເຈົ້າຂອງຊັບສີນສ່ວນຕົວ. ຕ້ອງລົບລ້າງທຸກກົດໝາຍ, ທຸກຂໍ້ກໍານົດ ແລະ ທຸກ
ການຈັດຕັ້ງທັງຫ້າມຂາດທຸກການກະທໍາທີ່ຝືນຕໍ່ບັນດາສິດເສຣີພາບ ປະຊາທິປະໄຕ
ຂອງປະຊາຊົນ.

໔- ເລືອກຕັ້ງແບບປະຊາທິປະໄຕ ເພື່ອປັບປຸງບັນດາອົງການປົກຄອງຂອງຣັດ
ໃນຂັ້ນບ້ານ ແລະ ຂັ້ນຕາແສງ ໃຫ້ເຂັ້ມແຂງ ແລະ ຄົບຖ້ວນ, ສ່ວນຂັ້ນເມືອງ ແລະ
ຂັ້ນແຂວງນັ້ນ, ໃນເມື່ອລໍຖ້າກົດໝາຍເລືອກຕັ້ງທົ່ວໄປ ສະບັບໃໝ່ທີ່ຄນະມົນຕຣີຈະ
ສເນີໃນຂ້າງໜ້ານີ້ນັ້ນ, ໃຫ້ປະຕິບັດຕາມທີ່ເຄີຍເຮັດມາ. ສ່ວນຄະນະມົນຕຣີນັ້ນ ໃຫ້
ມີຢູ່ໃນທຸກຂັ້ນ, ແຕ່ຂັ້ນບ້ານຂື້ນຮອດຂັ້ນແຂວງ, ດ້ວຍການເລືອກຕັ້ງແບບປະຊາທິປະຊາ
ທິປະໄຕກວດກາດັດແປງ ແລະ ແກ້ໄຂເພີ່ມເຕີມກົດໝາຍເລືອກຕັ້ງ ແລະ ຈັດຕັ້ງ
ການເລືອກຕັ້ງທົ່ວໄປຢ່າງມີເສຣີພາບ ແລະ ປະຊາທິປະໄຕ ອັນແທ້ຈິງ ເພື່ອເລືອກ
ຕັ້ງເອົາ ສະພາຜູ່ແທນຣາສດອນ ແລະ ສ້າງຕັ້ງຣັຖບານປະສົມແຫ່ງຊາດຊຸດສົມບູນ.
ປັບປຸງອໍານາດຕຸລາການໃຫ້ມີຄວາມຍຸດຕິທັມຢ່າງແທ້ຈິງ, ຄົ້ນຄ້ວາດັດແປງ ແລະ ແກ້
ໄຂເພີ່ມເຕີມຣັຖທັມນູນ, ບົນພື້ນຖານແຫ່ງການເຄົາຣົບນັບຖືພຣະຣາຊບັນລັງ ແລະ
ການຮັບປະກັນສິດເສຣີພາບປະຊາທິປະໄຕ ຂອງປະຊາຊົນຢ່າງເຖິງຖອງ, ເພື່ອສ້າງ
ພຣະຣາຊອານາຈັກລາວ ໃຫ້ມີສັນຕິພາບ, ເອກຣາດ, ຄວາມເປັນກາງ, ປະຊາທິປະ
ໄຕ, ເອກພາບ ແລະ ຄວາມວັທນາຖາວອນ.

໕- ເຄົາຣົບແລະນັບຖືພຣະພຸທສາສນາ ແລະ ສາສນາອື່ນໆ, ປົກປັກຮັກສາວັດວາ ອາຣາມ ແລະໂບດສິມ ກະດີວິຫານແລະປູຊະນີຍະວັດຖຸອື່ນໆ ປົກປັກຮັກສາສິດສູດມົນເທສນາ ຂອງ ພຣະສົງ ແລະ ຂອງນັກບວດສາສນາອື່ນໆ ແລະ ປົກປັກຮັກສາ ສາສະ ນິກະຊົນຂອງ ທຸກສາສນາ.

໖- ປະຕິບັດສິດສເມີພາບ ຣະຫວ່າງ ເພດຍິງກັບເພດຊາຍໃນທຸກດ້ານ : ການ
ເມືອງ, ເສຖກິດ, ວັທນະທັມ ແລະ ສັງຄົມ, ຊ່ວຍເຫລືອແມ່ຍິງໃຫ້ມີລະດັບຄວາມຮູ້
ສູງຂຶ້ນໃນທຸກດ້ານ ແລະ ເສີມຂຍາຍຄວາມສາມາດຂອງແມ່ຍິງເຂົ້າໃນທຸກວຽກງານ
ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ປົວແປງຊີວິດການເປັນຢູ່ຂອງແມ່ຍິງຜູ້
ອອກແຮງງານ ໃນບັນດາຊົນຊາດ ຊົນເຜົ່າ, ພິເສດແມ່ນເອົາໃຈໃສ່ປົກປັກຮັກສາຜູ້
ເປັນແມ່ ແລະ ເດັກນ້ອຍ.

໗- ກໍ່ສ້າງພື້ນຖານເສຖກິດການເງິນແຫ່ງຊາດທີ່ເປັນເຈົ້າຕົນເອງ ແລະ ມັ່ງຄັ່ງສົມ
ບູນໄປເທື່ອລະກ້າວ ດ້ວຍວິທີອີງໃສ່ຊັບພະຍາກອນ ທັມຊາດພາຍໃນປະເທດ ແລະ
ກໍາລັງເຫື່ອແຮງຂອງປະຊາຊົນເຮົາເປັນຕົ້ນຕໍ, ພ້ອມກັນນັ້ນກໍຕັ້ງໜ້າສແວງຫາການ
ຊ່ວຍເຫລືອຈາກຕ່າງປະເທດ ອັນບໍ່ມີເງື່ອນໄຂການເມືອງຜູກມັດ, ເພື່ອເຮັດໃຫ້ປະ
ຊາຊົນ ໄດ້ມີຄວາມສຸກ ແລະ ບ້ານເມືອງໄດ້ເຂັ້ມແຂງ.

 ຂຍາຍວຽກງານກະສິກັມ, ການປ່າໄມ້, ອຸດສາຫະກັມ ແລະ ຫັດຖະກັມ, ການຄ້າ
ຂາຍ, ການຄົມມະນາຄົມ ແລະ ການຂົນສົ່ງ, ໂດຍຖືເອົາການກະສີກັມ ແລະ ການປ່າ
ໄມ້ເປັນພື້ນຖານໃຫ້ແກ່ການກໍ່ສ້າງ ແລະ ຂຍາຍອຸດສາຫະກັມແຫ່ງຊາດ ໃຫ້ກ້າວ
ຂຶ້ນເຖິງການ ຂຍາຍຕົວຮອບດ້ານ, ພັທນາເສຖກິດແຫ່ງຊາດທີ່ເປັນເຈົ້າຕົນເອງ ແລະ
ຮັ່ງມີເຂັ້ມແຂງ, ສົ່ງເສີມການຜລິດ ຂອງປວງປະຊາຊົນທັງຊາດຢ່າງແຂງແຮງ; ພ້ອມ
ກັນນັ້ນກໍເພີ້ມທວີຂົງເຂດເສຖກິດ ເຊິ່ງແມ່ນຣັດເປັນຜູ້ຄຸ້ມຄອງ. ສົ່ງເສີມໃຫ້ເອກ
ຊົນ ປະກອບວິສາຫະກິດ ຢ່າງອິດສຣະ ຫລື ຮ່ວມລົງທືນນຳຣັດ ຕາມຫລັກການທີ່ເປັນ
ປໂຍດໃຫ້ບ້ານເມືອງ, ທັງຮັບປະກັນສິດປໂຍດຂອງຣັດ ແລະ ຂອງເອກຊົນ. ປະຕິ
ບັດຣະບົບພາສີອາກອນທີ່ມີຍຸຕິທັມ ແລະ ສົມເຫດສົມຜົນ, ແລະ ຣະບອບຄຸ້ມ
ຄອງການເງິນອັນຖືກຕ້ອງ ແລະ ເຄັ່ງຄັດ.

໘- ປົກປັກຮັກສາຮີດຄອງປະເພນີ ອັນດີງາມຂອງບັນດາຊົນຊາດຊົນເຜົ່າ, ຂຍາຍ
ວັທນະທັມ ແລະ ການສຶກສາແຫ່ງຊາດ ແລະ ກ້າວໜ້າ, ເຊິດຊູຈິດໃຈຮັກຊາດ, ສະຕິ
ສາມັກຄີ ມີຕພາບຣະຫວ່າງ ຊົນຊາດຊົນເຜົ່າ ແລະ ລະດັບວັທນະທັມ, ວິທຍາສາດ
ແລະ ວິທຍາກອນຂອງປະຊາຊົນ ບັນດາຊົນຊາດຊົນເຜົ່າໃຫ້ສູງຂຶ້ນເທື່ອລະກ້າວ. ປະ
ຕິບັດການສິດສອນ ແລະ ການຮຽນເປັນພາສາລາວ ແລະ ດ້ວຍອັກສອນລາວໃນທຸກ
ໂຮງຮຽນທຸກຊັ້ນທຸກປະເພດ; ຂຍາຍການສຶກສາປະເພດຕ່າງໆ ຢ່າງສົມດຸນເຊັ່ນ :
 ຣະຫວ່າງຊັ້ນສຶກສາສາມັນ, ຂັ້ນມັທຍົມອາຊີວະສຶກສາ, ແລະ ຂັ້ນມະຫາວິທຍາລັຍ;
ກໍ່ສ້າງ ແລະ ບໍາລຸງຖັນແຖວ ພນັກງານຂ້າຣາຊການ ແລະ ພະລາກອນຜູ້ຊໍານິຊໍານານ
ເພື່ອຮັບໃຊ້ພາຣະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

໙- ຂຍາຍຕານ່າງສາທາຣະນະສຸກໃຫ້ລົງຮອດຕາແສງ ແລະ ໝູ່ບ້ານທີ່ຢູ່ຫ່າງໄກ
ສອກຫລີກ ເພື່ອປ້ອງກັນຮັກສາ ສຸຂພາບຂອງປະຊາຊົນ ບັນດາຊົນຊາດຊົນເຜົ່າ. ກໍາ
ຈັດປັດເປົ່າພະຍາດຕິດແປດຕ່າງໆ, ກ່ອນອື່ນແມ່ນ ພະຍາດໄຂ້ປ່າ, ຂີ້ທູດ, ກາມໂຣກ,
ພຍາດລໍາໃສ້ ແລະ ອື່ນໆ. ຕ້ານການຕາຍໜຸ່ມນ້ອຍ ແລະ ການຕາຍກຸມຕາຍພາຍ
ເພື່ອເພີ່ມຈໍານວນພົລເມືອງໃຫ້ແກ່ບັນດາຊົນຊາດຊົນເຜົ່າ.

໑໐- ຮັບປະກັນໃຫ້ມີວຽກເຮັດງານທໍາ ແລະ ປົວແປງຊີວິດການເປັນຢູ່ດ້ານວັດຖຸ
ແລະ ດ້ານຈິດໃຈໃຫ້ແກ່ພົລເມືອງທຸກຄົນຢູ່ຕົວເມືອງ ແລະ ຕາມຊົນບົດ; ລົບ
ລ້າງການຢຶດເອົາດີນດອນໄຮ່ນາຮົ້ວສວນ, ການໃຊ້ແຮງງານ ແລະ ການປະກອບວັດ
ຖຸອັນໜັກໜາຂອງຊາວໄຮ່ນາ ແລະ ຊາວກັມກອນ. ຊ່ວຍເຫລືອຜູ້ປະສົບພັຍສົງຄາມ
ຜູ້ເຖົ້າແກ່ຊະຣາ ແລະ ດັກກໍາພ້າກໍາພອຍທີ່ບໍ່ມີບ່ອນເພິ່ງພາອາໄສ, ແລະ ຜູ້ພິການ
ເສັຽອົງຄະ. ຊ່ວຍເຫລືອທະຫານອອກການ, ເປັນຕົ້ນຜູ້ຖືກບາດເຈັບເສັຽອົງຄະ ແລະ
ຄອບຄົວຂອງນາຍ ແລະ ພົນທະຫານ ແລະ ຂອງນາຍ ແລະ ພົນຕໍາຣວດ ເພື່ອໃຫ້
ເຂົາເຈົ້າໄດ້ທໍາມາຫາລ້ຽງຊີບ ແລະ ສາມາດປະກອບສ່ວນເຂົ້າໃນການກໍ່ສ້າງ ປະເທດ
ຊາດ ບ້ານເມືອງ. ປົກປັກຮັກສາສິດປໂຍດ ຂອງ ພີ່ນ້ອງຮ່ວມຊາດທີ່ຢູ່ຕ່າງປະເທດ
ແລະ ສິດປໂຍດອັນຊອບທັມຂອງຊາວຕ່າງດ້າວ ທີ່ທໍາມາຫາລ້ຽງຊີບໂດຍດີ ແລະ ທີ່
ເຄົາຣົບນັບຖືກົດໝາຍຂອງບ້ານເມືອງເຮົາ.

໑໑- ລົບລ້າງຮ່ອງຮອຍຂອງວັທນະທັມ ອັນເສື່ອມຊາມຂອງຕ່າງປະເທດ ແລະ ບັນ
ດາພັຍອັນຕຣາຍທັງດ້ານສັງຄົມ, ເປັນຕົ້ນແມ່ນການລັກປຸ້ນຂ້າເຈົ້າເອົາຂອງ, ການ
ໂສເພນີ ແລະ ການພນັນ, ແນ່ໃສ່ຮັບປະກັນຄວາມເປັນຣະບຽບຮຽບຮ້ອຍ ແລະຄວາມ
ສງົບຂອງສັງຄົມ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປົກປັກຮັກ
ສາຄຸນສົມບັດ ແລະ ກຽດສັກສີຂອງຄົນລາວ ແລະ ຮຸ່ນໜຸ່ມຍຸວະຊົນຍິງຊາຍອັນສົດ
ຊື່ນປອດໃສຂອງຊາດ.

໑໒- ກໍ່ສ້າງກອງທັບ ແລະ ກໍາລັງປ້ອງກັນຄວາມສງົບອັນເປັນເອກພາບຂອງຊາດ
ໃຫ້ມີນ້ຳໃຈຮັກຊາດ, ຮັກປະຊາຊົນ, ກຽມພ້ອມທີ່ຈະປົກປັກຮັກສາປະເທດຊາດ, ປົກ
ປັກຮັກສາສັນຕິພາບ, ຄວາມສງົບສຸກ, ຊີວິດ ແລະ ຊັບສີນຂອງປະຊາຊົນ. ທະຫານ
ຕ້ອງເຮັດການຜລິດຫາກຸ້ມຕົນເອງສ່ວນໃດ ສ່ວນນຶ່ງ ທາງດ້ານສະບຽງອາຫານເພື່ອ
ຈະລົດຜ່ອນການຫາບແບກຂອງປະຊາຊົນ. ກອງທະຫານຕ້ອງເຂົ້າຮ່ວມໃນການກໍ່
ສ້າງເສຖກິດ ແລະ ວັທນະທັມ ແລະ ປົວແປງຊີວິດ ການເປັນຢູ່ຂອງປະຊາຊົນ. ພາຍ
ໃນກອງທັບ ແລະ ໃນກໍາລັງປ້ອງກັນຄວາມສງົບຂອງຊາດ ຕ້ອງມີປະຊາທິປະໄຕ
ແລະ ເຊິດຊູຣະບຽບວິນັຍ, ເອົາໃຈໃສ່ເບິ່ງແຍງຊີວິດ ການເປັນຢູ່ຂອງນາຍ ແລະ ພົນ
ທະຫານ ແລະ ຂອງນາຍ ແລະ ພົນຕໍາຣວດ.

ບັນດານະໂຍບາຍການຕ່າງປະເທດ

໑- ທວງໃຫ້ບັນດາປະເທດ ທີ່ກ່າວໃນພາກໜ້າທີ່ຮ່ວມຂ້າງບົນນີ້ ຕ້ອງເຄົາຣົບນັບ
ຖືບັນດາສິດພື້ນຖານແຫ່ງຊາດ ຄື : ອະທິປະໄຕ, ເອກຣາດ, ເອກພາບ, ແລະ ບຸຣະ
ນະພາບແຫ່ງດີນແດນຂອງຊາດລາວ. ຕ້ອງປະຕິບັດສັນຍາ ແລະ ອະນຸສັນຍາວຽງຈັນ ປີ
໑໙໗໓ ຢ່າງເຂັ້ມງວດ ແລະ ເຖິງຖອງ, ທວງໃຫ້ ສຫະຣັດອະເມຣິກາ ຕ້ອງປະກອບ
ສ່ວນເຂົ້າໃນການຮໍາບາດແຜສົງຄາມຢູ່ໃນລາວ.

໒- ເພີ່ມທວີ ສັມພັນທະໄມຕຣີກັບ ບັນດາປະຊາຊາດ, ວາງສາຍພົວພັນທາງການ
ທູດກັບທຸກປະເທດທີ່ເຄົາຣົບນັບຖືເອກຣາດ ແລະ ອະທິປະໄຕຂອງລາວ. ປະຕິບັດ
ຫລັກການຫ້າປະການ ແຫ່ງ ການຢູ່ຮ່ວມກັນໂດຍສັນຕິ, ຂຍາຍການພົວພັນອັນເປັນ
ປົກຕິ ກັບທຸກປະເທດ ໂດຍບໍ່ຈໍາແນກຣະບອບການເມືອງ ແລະ ສັງຄົມ, ກ່ອນອື່ນ
ແມ່ນກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ບໍ່ອະນຸຍາດໃຫ້ປະເທດໃດແຊກແຊງ
ເຂົ້າໃນກິຈການພາຍໃນຂອງລາວ, ບໍ່ວ່າຢູ່ພາຍໃຕ້ຮູບການໃດໆ, ລາວບໍ່ເຂົ້າຮ່ວມກຸ່ມ
ສັມພັນ ຫລື ກຸ່ມທະຫານໃດໆ ຫລື ທີ່ມີລັກສນະໃດໆ ກໍຕາມ, ທີ່ບໍ່ສອດຄ່ອງກັບ
ແນວທາງສັນຕິພາບ ເອກຣາດ ແລະ ເປັນກາງ ຂອງພຣະຣາຊອານາຈັກລາວ. ລາວບໍ່
ຮັບຮູ້ການອາຣັກຂາຂອງກຸ່ມສັມພັນ ຫລື ກຸ່ມທະຫານໃດໆ.

໓- ຮັບເອົາການຊ່ອຍເຫລືອໂດຍກົງ ແລະ ບໍ່ມີເງື່ອນໄຂການເມືອງຜູກມັດ ຂອງ
ບັນດາປະເທດທີ່ມີເຈຕນາດີ ຢາກຊ່ວຍເຫລືອລາວໃນການຟື້ນຟູ ແລະ ກໍ່ສ້າງເສຖ
ກິດ ແລະ ຂຍາຍວັທນະທັມ, ບົນພື້ນຖານແຫ່ງການເຄົາຣົບນັບຖື ເອກຣາດ ແລະ
ອະທິປະໄຕຂອງລາວ. ຂຍາຍການຄ້າ ແລະ ການຮ່ວມມືທັງດ້ານເສຖກິດ ກັບ ທຸກ
ປະເທດຕາມຫລັກການສເມີພາບ, ຕ່າງຝ່າຍ ຕ່າງມີປໂຍດ ແລະ ຮັບປະກັນອະທິ
ປະໄຕ ແລະ ເອກຣາດຂອງລາວ.

໔- ເຄົາຣົບນັບຖືສັນຍາຕ່າງໆ ທີ່ລາວໄດ້ເຊັນກັບຕ່າງປະເທດ ເຊິ່ງຍັງສອດຄ່ອງ
ກັບຜົນປໂຍດຂອງປະຊາຊົນລາວ. ລົບລ້າງສັນຍາໃດໆທີ່ຂັດ ແລະ ຝືນຕໍ່ຫລັກການ
ຕ່າງໆ ດັ່ງກ່າວ.

໕- ສແວງການເປັນໃຈສນັບສນູນຂອງຣັຖບານ ແລະ ປະຊາຊົນບັນດາປະເທດ
ແລະ ຂອງບັນດາອົງການຈັດຕັ້ງສາກົນ ທີ່ມີຕໍ່ພາຣະກິດອັນເປັນທັມແຫ່ງການຕໍ່ສູ້
ເພື່ອປັບປຸງສັນຍາຕິພາບໃຫ້ໝັ້ນຄົງເຫິງນານ ແລະ ເພື່ອສໍາເຣັດ ແລະ ປັບປຸງເອກ
ຣາດ ແລະ ຄວາມເປັນກາງ ຂອງ ພຣະຣາຊອານາຈັກລາວ.

໖- ສນັບສນູນທຸກຂບວນການ ຕໍ່ສູ້ຂອງປະຊາຊົນປະເທດຕ່າງໆ ໃນພາກພື້ນອິນ
ດູຈີນ, ອາຊີອາຄາເນ ແລະ ໃນທົ່ວໂລກເພື່ອສັນຕິພາບ, ເອກຣາດແຫ່ງຊາດ, ປະຊາ
ທິປະໄຕ ແລະ ຄວາມກ້າວໜ້າ.

 ໃນເວລານີ້, ປະເທດເຮົາຍັງຢູ່ໃນສະພາບທີ່ແບ່ງອອກເປັນສອງເຂດ ໂດຍແມ່ນ
ສອງຝ່າຍຕ່າງກໍກວດກາຄວບຄຸມ. ແຕ່ວ່າຄວາມມຸ້ງມາດປາຖນາທົ່ວໄປຂອງພີ່ນ້ອງ
ຮ່ວມຊາດ ໃນທົ່ວປະເທດ ແມ່ນຢາກໃຫ້ບ້ານເມືອງມີສັນຕິພາບ, ເອກຣາດ, ຄວາມ
ເປັນກາງ, ປະຊາທິປະໄຕ, ເອກພາບ ແລະ ຄວາມວັທນາຖາວອນ. ຍ້ອນແນວນັ້ນທັງ
ສອງຝ່າຍຕ້ອງປະຕິບັດແນວທາງ ແລະ ນະໂຍບາຍຕ່າງໆ ທີ່ວາງອອກຢູ່ເທິງນັ້ນຢ່າງ
ເຄັ່ງຄັດຄົບຖ້ວນ ແລະ ເຖິງຖອງ, ຢູ່ໃນທຸກທ້ອງຖິ່ນທີ່ຂຶ້ນກັບເຂດກວດກາຂອງ
ໃຜລາວ, ໂດຍມີການແນະນໍາເປັນເອກພາບກັນ ຂອງສະຖາບັນສູງສຸດຂອງຣັດ ເຊິ່ງ
ສອງຝ່າຍໄດ້ເປັນເອກສັນກັນສ້າງຕັ້ງຂຶ້ນຄື : ຄນະມົນຕຣີປະສົມການເມືອງແຫ່ງ
ຊາດ ແລະ ຣັຖບານປະສົມຊົ່ວຄາວແຫ່ງຊາດ. ພ້ອມກັນນັ້ນທັງສອງຝ່າຍຕ້ອງສືບຕໍ່
ເຈຣະຈາ ປຶກສາຫາລືກັນເພື່ອຊອກຫາວິທີການແກ້ໄຂ ບັນດາບັນຫາທີ່ພົວພັນ ຣະ
ຫວ່າງສອງຝ່າຍ ແລະ ຣະຫວ່າງສອງເຂດ ຢ່າງຖືກຕ້ອງເໝາະສົມ, ບົນຈິດໃຈສເມີ
ພາບ, ເຄົາຣົບນັບຖື ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ, ຜ່ອນຜັນສັ້ນຍາວໃຫ້ແກ່ກັນ,
ບໍ່ໃຫ້ຝ່າຍໃດໜີບເຕັງ ແລະ ກືນກິນຝາຍໃດ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການ
ໄກ່ເກັ່ຽກັນ ຈົນໄປເຖິງຄວາມຖືກຕ້ອງປອງດອງ ແລະ ເອກພາບຂອງຊາດ.

 ຄະນະມົນຕຣີປະສົມການເມືອງແຫ່ງຊາດ ແລະ ຣັຖບານປະສົມຊົ່ວຄາວແຫ່ງຊາດ
ຂໍຮຽກຮ້ອງຢ່າງສຸດອົກສຸດໃຈ ມາຍັງປວງປະຊາຊົນທຸກຊົນຊາດ ຊົນເຜົ່າ ໃນທົ່ວປະ
ເທດ, ທຸກທ່ານຢູ່ໃນບັນດາອົງການປົກຄອງຂອງຣັດ, ທຸກກໍາລັງ ການເມືອງ, ຜູ່ຊົງ
ຄຸນວຸດທິ, ນັກຮຽນຮູ້ ປັນຍາຊົນ, ພຣະສົງອົງເຈົ້າ, ຂ້າຣາຊການ, ທະຫານ ແລະ ຕໍາ
ຣວດທີ່ຮັກຊາດ, ຮັກສັນຕິພາບ, ເອກຣາດ, ຄວາມເປັນກາງ ແລະ ປະຊາທິປະໄຕທຸກ
ທ່ານ, ຈົ່ງອອກແຮງສູ້ຊົນເພື່ອປະຕິບັດໂຄງການການເມືອງນີ້ ຢ່າງຄົບຖ້ວນ ເພື່ອກໍ່
ສ້າງພຣະຣາຊອານາຈັກລາວໃຫ້ມີສັນຕິພາບ; ເອກຣາດ, ຄວາມເປັນກາງ, ປະຊາທິ
ປະໄຕ, ເອກພາບ ແລະ ຄວາມວັທນາຖາວອນ.

 ຄນະມົນຕຣີປະສົມການເມືອງແຫ່ງຊາດ ແລະ ຣັຖບານປະສົມຊົ່ວຄາວແຫ່ງຊາດ
ຂໍຮຽກຮ້ອງດ້ວຍຄວາມນັບຖືຢ່າງສູງ ມາຍັງຣັຖບານທຸກປະເທດ ແລະ ປະຊາຊົນຜູ້
ຮັກຫອມ ສັນຕິພາບ ແລະ ຄວາມເປັນທັມໃນທົ່ວໂລກ, ຈົ່ງສືບຕໍ່ສນັບສນູນ ການ
ຕໍ່ສູ້ອັນເປັນທັມຂອງປະຊາຊົນລາວ ທີ່ແນໃສ່ປັບປຸງສັນຕິພາບ ແລະ ເອກຣາດ ແຫ່ງ
ຊາດ, ແລະ ກໍ່ສ້າງບ້ານເມືອງໃຫ້ຈະເຣີນກ້າວໜ້າ %

ທີ່ ພຣະຣາຊນະຄອນຫລວງະຣະບາງ,

ວັນທີ່ ໒໘ ທັນວາ ໑໙໗໔

ນາຍຍົກຣັຖມົນຕຣີ,                                ປະທານຄນະມົນຕຣີ
ປະທານກອງປະຊຸມ                            ປະສົມການເມືອງແຫ່ງຊາດ,
ຄະນະຣັຖບານປະສົມຊົ່ວຄາວແຫ່ງຊາດ,

ລົງພຣະນາມ :                                   ລົງພຣະນາມ :
ສເດັດ ເຈົ້າສຸວັນນະພູມມາ                     ສເດັດ ເຈົ້າສຸພານຸວົງ
(ເຈົ້າກຣົມມະນາ)
AmeriLao Admin
Web Master
Dr. Richard V. Saisomorn
USA: +1 (202) 241-2549
USER LOGIN
Hi Guest
IP: 38.107.191.118

Username
Password
WatLao in USA
WatLao TN
-
AMERILAO GROUPS
PHOTO GALLERY
ໝາກກ້ຽງ ຟລໍຣີດາ
YOUTUBE VIDEO
Thumbnail
Thumbnail
Thumbnail
DIRECT DOWNLOAD
Setup Phasa Lao
Friends
Baamaha.com

Araiwa

Thai Human Rights

lao oversea
AmeriLao and Laos Human Rights LGDM is Non-Governmental Organization that conducts Freedom of Expression, Freedom of Information. Also being member of Coalition for Human Rights in Asia, Coalition for World Internet Freedom and Asian Democracy Alliance. Copyright © 1998 ~ 2010 All rights reserved. P O BOX 1858 MARTINSBURG, WV 25402 USA Tel: 202-241-2549. The contents of news, articles, video, photos, logos and trademarks published on this website are the property of their respective owners. Laos HR
MemHT Portal is a free software released under the GNU/GPL License by Miltenovik Manojlo