Logo
Spacer Home > Blog > AmeriLao Blog > ຂໍເຊີນທ່ານເຂົ້າຮ່ວມງານ ຖແລງການບັນຫາຂອງປະເທສລາວໃນປັຈຸບັນ Spacer
MAIN MENU
AmeriLao Special
Google Adsense
LGD and Alliance
Video Tells



Konu Blog
ຂໍເຊີນທ່ານເຂົ້າຮ່ວມງານ ຖແລງການບັນຫາຂອງປະເທສລາວໃນປັຈຸບັນ
Date 25/09/2009 14:38  Author admin  Hits 232  Language Global
ແຈ້ງຂ່າວ

ຂໍເຊີນທ່ານເຂົ້າຮ່ວມງານ ຖແລງການບັນຫາຂອງປະເທສລາວໃນປັຈຸບັນ.

ພວກຂ້າພະເຈົ້າ ຂະບວນການເພື່ອປະຊາທິປະໄຕຂອງຄົນລາວຫຍຸກໃໝ່ ຂໍເຊີນທ່ານພ້ອມດ້ວຍຄນະ ເຂົ້າຮ່ວມຖແລງການ ທີ່ຣັຖສະພາຂອງສຫະຣັຖອາເມຣິກັນ (Capitol Hill, Washington, DC)

ເຣຶ່ອງ:

1. ຂໍທວງໃຫ້ຣັຖບານ ສປປລາວ ປ່ອຍນັກສຶກສາລາວທີ່ເດີນຂະບວນປະທ້ວງ ໃນນະຄອນຫລວງວຽງຈັນທນ໌ ຄັ້ງວັນທີ ໒໖ ເດືອນ ຕຸລາ ສົກປີ ໑໙໙໙ ແລະນັກໂທສການເມືອງຄົນອື່ນໆ ທີ່ກຳລັງຢູ່ໃນຄຸກ ທີ່ປະເທສລາວ.
2. ຂໍທວງໃຫ້ຣັຖບານ ສປປລາວ ຢຸດຕິການປະຫັບປະຫານຕໍ່ຊົນເຜົ່າລາວມົ້ງແລະຊົນເຜົ່າອື່ນໆໃນ ສປປລ ແລະເຣຶ່ອງທີ່ບໍ່ເປັນມະນຸສທັມອື່ນໆ.

ພິທີຖແລງການຈະໄດ້ຈັດຂຶ້ນທີ່: Room 122 Canon House Office Building. Washington, DC USA. ວັນທີ: 26 October, 2009 ເວລາ: 9:00 AM to 12:00 Noon.

ການຈັດງານໃນຄັ້ງນີ້ ພວກຂ້າພະເຈົ້າ ກໍໄດ້ເຊື້ອເຊີນວຸຕທິສະພາຂອງສຫະຣັຖອາເມຣິກັນ ຜູ້ແທນຣາຊດອນ ອົງການຈັດຕັ້ງສາກົນຫລາຍອົງການ ພັນທະມິຕເສຣີປະຊາທິປະໄຕຂອງປະເທສອື່ນໆ ອົງການຈັ້ດຕັ້ງ ລາວເສຣີປະຊາທິປະໄຕ ພ້ອມດ້ວຍນັກຂ່າວແລະສື່ມວນຊົນຫລາຍຂແນງການ.

ຫວັງຢ່າງຍິ່ງວ່າ ທ່ານຄົງສລະເວລາອັນມີຄຸນຄ່າຂອງທ່ານ ເຂົ້າຮ່ວມຖແລງອັນສຳຄັນໃນຄັ້ງນີ້.

ດ້ວຍຄວາມເຄົາຣົພແລະນັບຖື,


ປະທານຈັດງານ

ດຣ. ຣີເຈີດ ໄຊສົມມອນ

(ປະທານຮ່ວມ ຂະບວນການເພື່ອປະຊາທິປະໄຕຂອງຄົນລາວຫຍຸກໃໝ່)
ປະທານກິດຕິມະສັກ: ທ່ານ ອາດີດ ພອ. ຄຳແທ່ນ ຈິນຍາວົງສ໌
ຮອງປະທານກິດຕິມະສັກ: ທ່ານ ອາດີດ ພທ. ຄຳເພັຊ ມຸກດາຣາຊ
ປະທານຈັດງານ: ທ່ານ ດຣ. ຣີເຈີດ ໄຊສົມມອນ
ຮອງປະທານຈັດງານ ຜູ້ທີ່ ໑: ທ່ານ ລີຕູ
ຮອງປະທານຈັດງານ ຜູ້ທີ່ ໒: ທ່ານ ທອງສຸຂ ອ່ອນຣາສີ
ຮອງປະທານຈັດງານ ຜູ້ທີ່ ໓: ທ່ານ ພູໂຂງ ອາຣຸນໂນທັຍ
ປະຊາສັມພັນ: ທ່ານ ໄຊ ອຸດົມປາຣະມີ
ຕິດຕໍ່: (703) 371-9801; (703) 922-7354;
304) 279-8104; (703) 479-806-4405
ໝາຍເຫດ: ຖ້າທ່ານໃດຫລືອົງການໃດມີຈຸດປະສົງທີ່ຈະເຂົ້າຮ່ວມ ກະຣຸນາ ແຈ້ງການລ່ວງໜ້າ (RSVP) ຂໍຂອບໃຈ
AmeriLao Admin
Web Master
Dr. Richard V. Saisomorn
USA: +1 (202) 241-2549
USER LOGIN
Hi Guest
IP: 38.107.191.116

Username
Password
WatLao in USA
WatLao TN
-
AMERILAO GROUPS
PHOTO GALLERY
YOUTUBE VIDEO
Thumbnail
Thumbnail
Thumbnail
DIRECT DOWNLOAD
Setup Phasa Lao
Friends
Baamaha.com

Araiwa

Thai Human Rights

lao oversea
AmeriLao and Laos Human Rights LGDM is Non-Governmental Organization that conducts Freedom of Expression, Freedom of Information. Also being member of Coalition for Human Rights in Asia, Coalition for World Internet Freedom and Asian Democracy Alliance. Copyright © 1998 ~ 2010 All rights reserved. P O BOX 1858 MARTINSBURG, WV 25402 USA Tel: 202-241-2549. The contents of news, articles, video, photos, logos and trademarks published on this website are the property of their respective owners. Laos HR
MemHT Portal is a free software released under the GNU/GPL License by Miltenovik Manojlo